p-ປະຕິຍານຮັກ

ເພງພິເສດ
ປະຕິຍານຮັກ

ສອງມືຈັບກັນໄວ້
ສອງໃຈສື່ເຖິງກັນ
ຈະບໍ່ຍອມໃຫ້ເຈົ້າ
ຫ່າງຂ້ອຍໄປອີກແລ້ວ

ສອງຄົນສົບຕາກັນ
ຫົວໃຈເປັນຫນຶ່ງດຽວ
ຈະບໍ່ມີສິ່ງໃດ
ຈະແຍກເຮົາໄປຈາກນີ້

ຊີວິດທີ່ຈະມີເຮົາ
ສຸກຫົວໃຈເຫລືອເກີນ
ຈະຊ່ວຍກັນຖະຫນອມ
ຫົວໃຈເຮົາຕະຫລອດໄປ

ບໍ່ຮູ້ຈະເປັນຢ່າງໃດ
ແຕ່ກໍຂໍທີ່ຈະວາງໃຈ
ໃຫ້ພຣະອົງເຂົ້າມາ
ຊ່ວຍດູແລໃຈເຮົາ

**ຂອບຄຸນພຣະເຈົ້າ
ທີ່ນຳໃຫ້ເຮົາມາເຖິງບ່ອນນີ້
ຂອບຄຸນພຣະອົງ
ທີ່ໃຫ້ເຮົາໄດ້ຮັກກັນ

R.ປະຕິຍານວ່າຈະຮັກເຈົ້າ
ຈົນຫມົດລົມຫາຍໃຈ
ປະຕິຍານວ່າສຸກທຸກເຮົາ
ຈະຢູ່ຄຽງຂ້າງກັນໄປ

ຈະມີເຮົາມີຂ້ອຍແລະເຈົ້າ
ຈະຜ່ານແລະພົ້ນໄປດ້ວຍກັນ
ຈະຄອຍຊັບນ້ຳຕາທີ່ເອີ່
ຢູ່ແກ້ມຂອງກັນແລະກັນ

ຈະມີເຈົ້າກັບຂ້ອຍ
ສະເຫມີ...ໄປ

SOLO

ຈະມີເຈົ້າກັບຂ້ອຍ
ສະເຫມີ...ໄປ
ຈະມີເຈົ້າກັບຂ້ອຍ
ຂໍພຣະເຢຊູນຳເຮົາ