h-ເຮົາຂໍຫົວໃຈຂອງເຈົ້າ
ເພງສັ້ນ
ເຮົາຂໍຫົວໃຈຂອງເຈົ້າ
ພຣະເຈົ້າລູກເຄີຍໄດ້ຍິນສຽງຈາກພຣະອົງ
ທີ່ກ່າວຜ່ານຫົວໃຈ
ພຣະອົງກ່າວໄວ້ວ່າເຮົາຂໍຫົວໃຈຂອງເຈົ້າ
ແຕ່ຫຼາຍຄັ້ງລູກນັ້ນບໍ່ມອບໃຫ້ພຣະອົງ
ໝົດທັງຫົວໃຈ
ແຕ່ລູກມອບຫົວໃຈໃຫ້ກັບສິ່ງອື່ນຫຼາຍກວ່າ
ພຣະອົງ
ລູກພໍແລ້ວກັບຄວາມດື້ດຶງທີ່ລູກເຄີຍເຮັດ
ຜ່ານມາ
ທີ່ຫຼາຍຄັ້ງບໍ່ໄດ້ເຊື່ອຟັງພຣະອົງ
ຕໍ່ໄປນີ້ເມື່ອລູກໄດ້ຍິນສຽງຂອງພຣະອົງ
ລູກຈະນຳມາໃສ່ໃຈແລະເຮັດຕາມນ້ຳ
ພຣະໄທ
** ໝົດທັງຊີວິດໝົດໃຈດວງນີ້
ຂໍມອບໃຫ້ພຣະອົງ
ແລະພ້ອມເດີນກັບພຣະອົງ
ບໍ່ວ່າຈະເປັນຢ່າງໃດ
ຈະບໍ່ເຮັດຕາມໃຈຕົວເອງ
ແຕ່ຂໍເຮັດຕາມພຣະໄທ
ຂໍມອບຫົວໃຈດວງນີ້ໃຫ້ກັບພຣະອົງ