kh-ຂອງຂັວນທີ່ແທ້ຈິງ
ເພງພິເສດ
ຂອງຂວັນທີ່ແທ້ຈິງ
1.ໃນຄຳຄືນທີ່ເໜັບໜາວ
ເຫັນແສງແວວວາວ
ຂອງດວງດາລາ
ສອງມາຈາກຟ້າທີ່ແສນໄກ
ເປັນການມາບັງເກີດ
ຂອງພຣະຜູ້ໄຖ່
ບັນທົມໃນຮ່າງັຍ້າ
ທີ່ເບັດເລເຮັມ
2.ເມື່ອນັ້ນເຫຼົ່າ
ທູດສະຫວັນ
ບອກເລົ່າຂ່າວດີ
ແກ່ຄົນລ້ຽງແກະ
ວ່າລັດສະໝີ
ຈົ່ງມີແດ່ພຣະເຈົ້າ
ຢູ່ໃນຟ້າສະຫວັນ
ແລະ ທີ່ແຜ່ນດິນໂລກ
ຈົ່ງມີແດ່ມະນຸດທັງປວງ
ທີ່ພຣະອົງຊົງພໍພຣະໄທ
## ໂຫລາຈານນຳ
ເຄື່ອງຖວາຍ
ທັງຄຳກຳຍານ
ແລະ ຢາງໄມ້ຫອມ
ເຂົ້າເຝົ້າພຣະອົງ
ຜູ້ຊົງນາມເອມານູເອັນ
R ພຣະອົງຄືຄວາມໝາຍ
ຂອງຄຣິດສະມາດ
ທີ່ເຮົາສະຫຼອງກັນ
ເປັນຄວາມຮັກ
ຂອງອົງພຣະເຈົ້າ
ທີ່ມອບໃຫ້ແກ່
ມະນຸດທຸກຄົນ
ຜູ້ທີ່ເຊື່ອ ແລະ
ວາງໃຈໃນພຣະອົງ
ຈະຫຼຸດພົ້ນຈາກ
ບາບທັງຫຼາຍ
ເພາະວ່າທ່ານໄດ້ເຊື່ອ
ໃນພຣະບຸດອົງດຽວ
ຂອງພຣະເຈົ້າ.