ພຣະຄໍາສະຫຼັບ ໂຣມ 5:6-11

ພະທໍາສະຫຼັບ
ພຣະຄໍາສະຫຼັບ
ໂຣມ 5:6-11

6ຂະນະທີ່ພວກເຮົາຍັງ
ຂາດກໍາລັງຢູ່ນັ້ນ
ພຣະຄຣິດໄດ້ຕາຍເພື່ອຊ່ວຍ
ຄົນບາບຕາມເວລາທີ່ເໝາະສົມ.

7ດ້ວຍວ່າ,ບໍ່ຄ່ອຍຈະມີຜູ້ໃດ
ຍອມຕາຍແທນຄົນຊອບທຳ,
ແຕ່ບາງທີອາດມີຄົນກ້າ
ຕາຍແທນຄົນດີກໍໄດ້.

8ແຕ່ພຣະເຈົ້າໄດ້ຊົງສໍາແດງ
ໃຫ້ພວກເຮົາເຫັນວ່າພຣະອົງຊົງຮັກ
ພວກເຮົາຫລາຍເທົ່າໃດ

ຄືຂະນະທີ່ພວກເຮົາ
ຍັງເປັນຄົນບາບຢູ່ນັ້ນ
ພຣະຄຣິດໄດ້ຊົງຍອມຕາຍ
ແທນເຮົາທັງຫລາຍ.

9ດ້ວຍເຫດນັ້ນເມື່ອພວກເຮົາໄດ້
ຊົງຖືວ່າເປັນຄົນຊອບທຳແລ້ວ
ດ້ວຍເລືອດຂອງພຣະອົງ
ຫລາຍກວ່ານັ້ນອີກ

ພວກເຮົາຈະໄດ້ພົ້ນຈາກ
ຄວາມໂກດຮ້າຍຂອງ
ພຣະເຈົ້າໂດຍພຣະອົງ.

10ພວກເຮົາເຄີຍເປັນສັດຕູ
ຂອງພຣະເຈົ້າແຕ່ພຣະເຈົ້າໄດ້ເຮັດ
ໃຫ້ພວກເຮົາຄືນດີ
ກັບພຣະອົງຜ່ານທາງ

ຄວາມຕາຍແຫ່ງ
ພຣະບຸດຂອງພຣະອົງ
ເມື່ອເຮົາທັງຫລາຍໄດ້ຄືນດີ
ກັບພຣະເຈົ້າແລ້ວ
ຫລາຍກວ່ານັ້ນອີກ

ພຣະອົງຈະຊົງໂຜດໃຫ້ພວກເຮົາ
ໄດ້ພົ້ນໂດຍການ
ຄືນພຣະຊົນຂອງພຣະອົງ

11ບໍ່ພຽງແຕ່ເທົ່ານັ້ນ
ພວກເຮົາຍັງຊື່ນຊົມ
ຍິນດີໃນພຣະເຈົ້າໂດຍທາງອົງ
ພຣະເຢຊູຄຣິດເຈົ້າ ຂອງພວກເຮົາ

ຜູ້ຊົງເປັນເຫດໃຫ້
ເຮົາທັງຫລາຍ
ໄດ້ຄືນດີກັບພຣະເຈົ້າ.