m-ເມື່ອໄດ້ພົບຄວາມຈິງໃນຊີວິດ

ເພງສັ້ນ
ເມື່ອໄດ້ພົບຄວາມຈິງໃນຊີວິດ

1.ເມື່ອໄດ້ພົບຄວາມຈິງໃນຊີວິດ
ຄືພຣະຄຣິດເຂົ້າມາໃນຫົວໃຈ
ຄວາມໝົດຫວັງກໍ່ບໍ່ມີອີກຕໍ່ໄປ
ມີສິ່ງໃດມອບກັບພຣະອົງ

2.ເຊື່ອພຣະຄຣິດກໍ່ໄດ້ຮັບຊີວິດໃໝ່
ຢູ່ໃນຫົວໃຈມີແຕ່ຄວາມສຸກສັນ
ອາດຈະພົບບັນຫາທຸກໆວັນ
ແຕ່ສິ່ງນັ້ນພຣະອົງກໍ່ຊ່ວຍເຮົາ

#ພຽງຕົວເຮົາອະທິຖານ
ໃຫ້ອົງພຣະຄຣິດຊົງນຳ
ເພາະວ່າພຣະອົງເປັນທັງຊີວິດ

ເປັນທຸກຢ່າງທີ່ເຮົາຕ້ອງການ
ມີພຽງພຣະອົງເທົ່ານັ້ນຢູ່ໃນຊີວິດ

3.ບໍ່ມີໃຜແລ້ວນອກຈາກພຣະອົງ
ບໍ່ມີໃຜແລ້ວທີ່ດີໄປກວ່ານີ້
ພຣະເຢຊູຄຣິດຄືຄຳຕອບທຸກໆນາທີ
ມອບສິ່ງດີໆໃຫ້ເຮົາສະເໝີ