44 ຂໍພຣະວິນຍານໂຜດນຳທາງ (ບົດເພງທີ 44)
Hymn
44 ຂໍພຣະວິນຍານໂຜດນຳທາງ
1.ຂໍພຣະວິນຍານໂຜດນຳທາງ
ຂໍປະທັບຢູ່ໃກ້ຄຽງຂ້າງ
ຂໍຈູງຂ້າໃຫ້ມີໃຈກ້າ
ເມື່ອສັນຈອນທຽວທາງໄປມາ
ໃຈເບື່ອໜ່າຍກາຍເປັນໂສກທຸກ
ເມື່ອໄດ້ຍິນສຽງເອີ້ນອ່ອນຫວານ
ວ່າເຊີນມາຈົ່ງຕາມເຮົາໄປ
ເຮົາຈະພາກັບບ້ານເມືອງຟ້າ
2.ຊົງຢູ່ໃກ້ເປັນເໝືອນເພື່ອນຕາຍ
ຊົງໂຜດໃຫ້ພົ້ນຈາກມານຮ້າຍ
ເມື່ອເກີດຢ້ານຫຼືໃຈສົງໄສ
ຊົງໂຜດໃຫ້ເກີດຄວາມແນ່ໃຈ
ຄາວທຸກໂສກຈິດໃຈມືດມົວ
ໃຈທໍ້ຖອຍໝົດຫວັງຈົນກົວ
ຊົງຄອຍກ່າວວ່າເຮົາຢູ່ນຳ
ເຮົາຈະພາກັບບ້ານເມືອງຟ້າ
3.ຄວາມລຳບາກໝົດສິ້ນເມື່ອຕາຍ
ເຮົາກໍມີທີ່ພັກສຳບາຍ
ໃນໜັງສືທະບຽນເມືອງແກ້ວ
ອົງພຣະຄຣິດຈົດຊື່ຂ້າແລ້ວ
ໃນໂລກນີ້ບໍ່ມີອັນໃດ
ເວັ້ນແຕ່ໂລຫິດພຣະຜູ້ໄຖ່
ຊົງຄອຍກ່າວວ່າຕາມເຮົາໄປ
ເຮົາຈະພາກັບບ້ານເມືອງຟ້າ