ນ້ຳໜຶ່ງໃຈດຽວ
1. ຈະຮ່ວມເປັນຮ້ອຍພັນ
ຮ່ວມກັນສັນສ້າງ
ຢູ່ເທິງຫົນທາງ
ທີ່ຝັນແລະໄຝ່
ພາບຂອງເຈົ້າແລະເຮົາ
ຮ່ວມຄວາມສຳພັນ
ມາຮ່ວມພະລັງ
ເປັນສາຍໃຍແຫ່ງຮັກ
R. ນ້ຳໜຶ່ງໃຈດຽວ
ຄືຄຳສັນຍາບົ່ງໄວ້ດ້ວຍໃຈ
ຄືຄວາມສຳພັນແຫ່ງຮັກຍິ່ງໃຫຍ່
ຫຼໍ່ຫຼອມດວງໃຈເອົາໄວ້ດ້ວຍກັນ
ນ້ຳໜຶ່ງໃຈດຽວ
ຄືການຮ່ວມແຮງກັນສ້າງຄວາມຝັນ
ຫາກເຮົານັ້ນມີຈຸດໝາຍດຽວກັນ
ເພື່ອສ້າງຄວາມຝັນສວຍງາມ
ເຮົາຈະຮ່ວມແຮງພະລັງ
ໃນອົງພຣະເຈົ້າ
ຜູ້ຊົງໃຫ້ເຮົາມີສັນຕິສຸກ
ຕ່າງຮ່ວມແຮງປະສານ
ເປັນຄວາມໝັ້ນຄົງ
ພຣະອົງເປັນຜູ້ນຳ
ໃຫ້ເຖິງທີ່ຈຸດໝາຍ
R. ນ້ຳໜຶ່ງໃຈດຽວ
ຄືຄຳສັນຍາບົ່ງໄວ້ດ້ວຍໃຈ
ຄືຄວາມສຳພັນແຫ່ງຮັກຍິ່ງໃຫຍ່
ຫຼໍ່ຫຼອມດວງໃຈເອົາໄວ້ດ້ວຍກັນ
ນ້ຳໜຶ່ງໃຈດຽວ
ຄືການຮ່ວມແຮງກັນສ້າງຄວາມຝັນ
ຫາກເຮົານັ້ນມີຈຸດໝາຍດຽວກັນ
ເພື່ອສ້າງຄວາມຝັນສວຍງາມ