b-ບ້ານຫຼັງນີ້

ເພງສັ້ນ
ບ້ານຫຼັງນີ້

1. ຈາກວັນວານທີ່ຜ່ານມາ
ຈົດແລະຈຳໃນພຣະຄຳ
ທີ່ພຣະອົງຊົງເມດຕາ

ໃຫ້ເຮົາໄດ້ມີບ້ານນີ້ຮ່ວມກັນ
ໃຫ້ເຮົາດູແລເຊິ່ງກັນແລະກັນ
ຮ່ວມໃຈເປັນນ້ຳເປັນໜຶ່ງດຽວກັນ

2. ຢູ່ທີ່ໃດບໍ່ອຸ່ນໃຈ
ເທົ່າຢູ່ໃນພຣະອົງ
ຜູ້ຊົງນຳພາພວກເຮົາ

ຫາກມີໃຜທີ່ສິ້ນຫວັງ
ແລະຫາກມີໃຜທີ່ຫຼົງທາງ
ໃຫ້ເຂົ້າມາພັກໃນບ້ານພຣະອົງ

C. ເຖິງເວລາໄດ້ລ່ວງເລີຍມາ
ຄວາມຮັກພຣະອົງທີ່ມີໃຫ້ເຮົາ
ໝັ້ນຄົງບໍ່ເຄີຍປ່ຽນແປງ

R. ຈາກນີ້ສັນຍາວ່າຈະຮັບໃຊ້
ຈະໃຫ້ພຣະອົງທັງກາຍແລະໃຈ
ສຸດຕົວສຸດໃຈກຳລັງທີ່ມີ

ບ້ານນີ້ພຣະອົງປະທານໃຫ້ໄວ້
ເຮົາຈະຮັກສາດັ່ງດວງໃຈ
ໃຫ້ສົມກັບທີ່ພຣະອົງຮັກເຮົາທຸກຄົນ

3. ເມື່ອໄດ້ຮູ້ນ້ຳພຣະໄທ
ຈະຈົດຈຳໃນພຣະຄຳ
ຈະເດີນໃນທາງພຣະອົງ

ຫາກໜຶ່ງຄົນເປັນດັ່ງແສງ
ເຮົາຈະຮ່ວມສ່ອງສະຫວ່າງ
ໃຫ້ງົດງາມ

ປະກາດຄວາມຮັກຍິ່ງໃຫຍ່
ຂອງພຣະອົງ

C. ເຖິງເວລາໄດ້ລ່ວງເລີຍມາ
ຄວາມຮັກພຣະອົງທີ່ມີໃຫ້ເຮົາ
ໝັ້ນຄົງບໍ່ເຄີຍປ່ຽນແປງ

R. ຈາກນີ້ສັນຍາວ່າຈະຮັບໃຊ້
ຈະໃຫ້ພຣະອົງທັງກາຍແລະໃຈ
ສຸດຕົວສຸດໃຈກຳລັງທີ່ມີ

ບ້ານນີ້ພຣະອົງປະທານໃຫ້ໄວ້
ເຮົາຈະຮັກສາດັ່ງດວງໃຈ
ໃຫ້ສົມກັບທີ່ພຣະອົງຮັກເຮົາທຸກຄົນ

Solo...

R. ຈາກນີ້ສັນຍາວ່າຈະຮັບໃຊ້
ຈະໃຫ້ພຣະອົງທັງກາຍແລະໃຈ
ສຸດຕົວສຸດໃຈກຳລັງທີ່ມີ

ບ້ານນີ້ພຣະອົງປະທານໃຫ້ໄວ້
ເຮົາຈະຮັກສາດັ່ງດວງໃຈ
ໃຫ້ສົມກັບທີ່ພຣະອົງຮັກເຮົາທຸກຄົນ.