255 ຄຳສັນເສີນບັນດາພຣະຄຸນຂອງພຣະອົງ 255
ພະທໍາສະຫຼັບ
ຄຳສັນເສີນບັນດາພຣະຄຸນຂອງພຣະອົງ 255
ຈິດໃຈຂອງຂ້າເອີຍ
ຈົ່ງຖວາຍສາທຸການແດ່ພຣະເຈົ້າ
ແລະທັງສິ້ນທີ່ຢູ່ພາຍໃນຂ້າ
ຈົ່ງຖວາຍສາທຸການແດ່
ພຣະນາມບໍລິສຸດຂອງພຣະອົງ.
ຈິິດໃຈຂອງຂ້າເອີຍ ຈົ່ງຖວາຍສາທຸການ
ແດ່ພຣະເຈົ້າ ແລະ ຢ່າລືມພຣະຣາຊ ກິດ
ອັນມີພຣະຄຸນທັງສິ້ນຂອງພຣະອົງ.
ຜູ້ຊົງອະພັຍຄວາມຜິດບາບທັງສິ້ນຂອງທ່ານ
ຜູ້ຊົງຮັກ ສາພະຍາດທັງສິ້ນຂອງທ່ານ.
ຜູ້ຊົງໄຖ່ຊີວິດຂອງທ່ານມາຈາກແດນມໍລະນາ
ຜູ້ຊົງສວມຄວາມຮັກໝັ້ນຄົງ
ແລະພຣະ ກະລຸນາໃຫ້ທ່ານ.
ຜູ້ຊົງໃຫ້ທ່ານອີ່ມດ້ວຍຂອງດີ
ຕະຫຼອດຊີວິດຂອງທ່ານ ໄວໜຸ່ມຂອງທ່ານ
ຈຶ່ງກັບຄືນມາໃໝ່ຢ່າງນົກອີນຊີ.
ພຣະເຈົ້າຊົງປະກອບການແກ້ແຄ້ນ
ແລະ ການຍຸດຕິທັມໃຫ້ແກ່ບັນດາ
ຜູ້ທີ່ຖືກບີບບັງຄັບ.
ພຣະອົງຊົງສະແດງວິທີການຂອງ
ພຣະອົງແກ່ໂມເຊ, ພຣະຣາຊກິດຂອງ
ພຣະອົງແກ່ປະຊາຊົນອິສຣາເອັນ.
ພຣະເຈົ້າຊົງມີພຣະກະລຸນາ
ແລະ ມີພຣະ ຄຸນຊົງພິໂລດຊ້າໆ
ແລະ ອຸດົມດ້ວຍຄວາມ ຮັກໝັ້ນຄົງ
ພຣະອົງຈະບໍ່ຊົງປັກປ້ຳສະເໝີ ຫຼື
ຊົງພິໂລດຢູ່ເປັນນິດ
ພຣະອົງບໍ່ໄດ້ຊົງກະທຳຕໍ່ເຮົາຕາມ
ເລື່ອງ ບາບຂອງເຮົາ ຫຼື
ສະໜອງຕາມຜິດບາບ ຂອງເຮົາ.
ເພາະວ່າຟ້າສະຫວັນສູງເໜືອ
ແຜ່ນດິນເທົ່າໃດ
ຄວາມຮັກໝັ້ນຄົງຂອງພຣະອົງ
ທີ່ມີຕໍ່ບັນດາຄົນທີ່ຢຳ ເກງພຣະອົງ
ກໍຍິ່ງໃຫຍ່ເທົ່ານັ້ນ.
ຕາເວັນອອກໄກຈາກຕາເວັນຕົກເທົ່າໃດ
ພຣະອົງຊົງປົດການລະເມີດ
ຂອງເຮົາຈາກເຮົາໄປໄກເທົ່ານັ້ນ.
ບິດາສົງສານບຸດຂອງຕົນສັນໃດ
ພຣະເຈົ້າຊົງສົງສານ
ບັນດາຄົນທີ່ຢຳເກງພຣະອົງສັນນັ້ນ.
ເພາະພຣະອົງຊົງຊາບໂຄງຮ່າງຂອງເຮົາ
ພຣະອົງຊົງລະນຶກວ່າເຮົາເປັນແຕ່ຂີ້ຝຸ່ນ
ສ່ວນມະນຸດນັ້ນ ວັນເວລາຂອງເຂົາ
ເໝືອນຫຍ້າເຂົາ ຈະເລີນຂື້ນ
ເໝືອນດອກໄມ້ໃນທົ່ງນາ.
ພໍລົມພັດຜ່ານມັນໄປ ມັນກໍສູນເສຍແລະ
ສະຖານທີ່ຂອງມັນບໍ່ຮູ້ຈັກມັນອີກ.
ແຕ່ຄວາມຮັກໝັ້ນຄົງຂອງພຣະເຈົ້ານັ້ນ
ດຳລົງຢູ່ຕັ້ງແຕ່ຊົ່ວນີ້ຈົນເຖິງຊົ່ວໜ້າສືບໆ
ໄປຕໍ່ຜູ້ທີ່ຢຳເກງພຣະອົງ
ແຕ່ຄວາມຊອບທຳຂອງພຣະອົງຕໍ່ຫຼານເຫຼນ.
ຕໍ່ບັນດາຜູ້ທີ່ຮັກສາພັນທະສັນຍາຂອງ
ພຣະອົງແລະລະນຶກຢູ່ທີ່ຈະເຮັດຕາມ
ຂໍ້ບັງຄັບຂອງພຣະອົງ.
ພຣະເຈົ້າຊົງສະຖາປະນາບັນລັງຂອງ
ພຣະອົງໄວ້ໃນຟ້າສະຫວັນ ແລະ
ພຣະຣາຊອານາຈັກຂອງ
ພຣະປົກຄອງທຸກສິ່ງຢູ່.
ທ່ານທັງຫຼາຍ ຜູ້ເປັນເທວະດາຂອງພຣະອົງ
ຈົ່ງຖວາຍສາທຸການແດ່ພຣະເຈົ້າຜູ້ຊົງ
ມະຫິດທິລິດເຮັດຕາມພຣະທຳຂອງ
ພຣະອົງ ແລະຟັງສຽງພຣະທຳຂອງພຣະອົງ.
ກອງທັບທັງສິ້ນຂອງພຣະອົງ
ຈົ່ງຖວາຍສາທຸການແດ່ ພຣະເຈົ້າ
ຄືບັນດາຜູ້ຮັບໃຊ້ທີ່ເຮັດຕາມ
ພຣະໄທພຣະ ອົງ
ພຣະຣາຊກິດທັງສິ້ນຂອງພຣະອົງ
ຈົ່ງ ຖວາຍສາທຸການແດ່ພຣະເຈົ້າ
ໃນທຸກສະຖານທີ່ ຊຶ່ງພຣະອົງຊົງຄຸ້ມຄອງ
ຢູ່ ຈິດໃຈ ຂອງຂ້ອຍເອີຍ
ຈົ່ງຖວາຍສາທຸການແດ່ພຣະເຈົ້າ