ຮຸ່ງອາລຸນ
ເມື່ອດວງຕາເວັນລາລັບຈາກຟ້າໄປ
ກາຍເປັນຄ່ຳຄືນທີ່ແສນງຽບເຫງົາ
ເມື່ອເບິ່ງໄປບໍ່ເຫັນຫຍັງ
ໄດ້ເຫັນແຕ່ຄວາມມືດດຳເທົ່ານັ້ນ
ຈຶ່ງປຽບດັ່ງດຽວໃຈຂອງຄົນ
ທີ່ໝົດຫວັງບໍ່ມີພະລັງ
ຢູ່ໃນຄວາມມືດມາດົນ
ເບິ່ງບໍ່ເຫັນຫົນທາງຈະຍ່າງ
** ເຮົາຈະເປັນດັ່ງແສງ
ຍາມຮຸ່ງອາລຸນຂອງວັນໃໝ່
ຊຶ່ງສ່ອງປະກາຍແຫ່ງຄວາມຫວັງ
ໃໝ່ອີກຄັ້ງ
ໃຫ້ຄົນທຸກຄົນທີ່ລໍ
ທີ່ລໍຄອຍວັນນີ້
ຈະມີຄວາມຫວັງໃນພຣະອົງ (2)