ພຣະຄໍາສະຫຼັບ ພຣະຄໍາ: 90:1-16
Hymn
ພຣະຄໍາສະຫຼັບ
ພຣະຄໍາ:
90:1-16
1.ຂ້າແດ່ພຣະເຈົ້າຢາເວ
ພຣະອົງເປັນທີ່ເພິ່ງ
ຂອງພວກຂ້າ
ນ້ອຍຕະຫລອດໄປ.
2.ກ່ອນທີ່ຜູຜາປ່າໄມ້
ຖືກສ້າງຂື້ນມາ
ກ່ອນທີ່ໂລກເຮົາດໍາລົງຄົງຕົວ
ຢູ່ຢ່າງນີ້ພຣະອົງ
ເປັນພຣະເຈົ້າ
ອົງເປັນຢູ່ຊົ່ວນິຣັນການ
ແລະເປັນພຣະເຈົ້າ
ທີ່ດໍລົງຢູ່ສືບໄປເປັນນິດ.
3.ພຣະອົງບອກໃຫ້ມະນຸດ
ຄືນໄປສູ່ບ່ອນທີ່ເຂົາມາ
ແລະປຽ່ນມະນຸດໃຫ້ກັບ
ຄືນເປັນຂີ້ຝຸ່ນດິນອີກ.
4.ສໍາລັງພຣະອົງແລ້ວ
ພັນປີກໍເທົ່າກັບມື້ໜຶ່ງ
ເໝືອນດັ່ງມື້ວານນີ້
ທີ່ຜ່ານໄປສັ້ນໆ
ໃນຕອນກາງຄືນ.
5.ພຣະອົງກວາດ
ພວກຂ້ານ້ອຍໜີໄປເໝືອນ
ນໍ້າຖ້ວມຊີວິດຈຶ່ງ
ເປັນດັ່ງຄວາມຝັນ
ເທົ່ານັ້ນພວກຂ້ານ້ອຍ
ເປັນດັ່ງຕົ້ນຫຍ້າ
ທີ່ເກີດຂື້ນມາຄືຫຍ້າທີ່ປົ່ງ
ຂື້ນມາໃນເວລາຕອນເຊົ້າ.
6.ຊຶ່ງໃຫ່ຍຂື້ນແລ້ວກໍແຕກ
ດອກອອກບານແລະຫຽ່ວແຫ້ງ
ຕາຍໄປໃນເວລາຕອນຄໍ່າມາຮອດ.
7.ພວກຂ້ານ້ອຍຖືກ
ທໍາລາຍດ້ວຍຄວາມ
ໂກດຮ້າຍຂອງພຣະອົງ
ແລະຫວາດຫວັ່ນຕົກໃຈກົວ
ຍ້ອນພຣະອົງກິ້ວໂກດ.
8.ພຣະອົງເປີດເຜີຍການບາບ
ຂອງພວກຂ້ານ້ອຍຕໍ່ໜ້າ
ພຣະອົງຄືການບາບ
ອັນລັບລີ້ຊຶ່ງພຣະອົງເຫັນໄດ້.
9.ຄວາມໂກດຮ້າຍ
ຂອງພຣະອົງນັ້ນ
ເຮັດໃຫ້ຊີວິດຂອງຂ້ານ້ອຍ
ສັ້ນລົງມັນເຊື່ອມ
ສະຫຼາຍໄປດັ່ງສາຍລົມ.
10.ພວກຂ້ານ້ອຍ
ມີຊີວິດຢູ່ພຽງແຕ່ເຈັດສິບປີ
ອາດຮອດແປດສິບ
ຖ້າມີເຫື່ອແຮງຢູ່
ແຕ່ຊ່ວງໄລຍະອາຍຸນັ້ນ
ກໍພົບຄວາມລໍາບາກ
ແລະເຮັດໃຫ້ລະທົມທຸກໃຈ
ໃນບໍ່ຊ້າຊີວິດຈະຈົບລົງ
ແລະຕາຍໄປເທົ່ານັ້ນ.
11.ໃຜຮູ້ຣິດແຫ່ງຄວາມ
ໂກດຮ້າຍອັນເຕັມ
ຂະນາດຂອງພຣະອົງໄດ້?
ຜູ້ໃດຮູ້ວ່າຄວາມໂກດຮ້າຍ
ຂອງພຣະອົງ ໄດ້ນໍາຄວາມ
ໜ້າຢ້ານສໍ່າໃດແທ້?
12.ຂໍຊົງໂຜດສັ່ງສອນ
ຂ້ານ້ອຍດວ້ຍ
ວ່າຊີວິດນີ້ສັ້ນຫຼາຍ
ເພື່ອວ່າພວກຂ້ານ້ອຍ
ຈະກາຍເປັນຄົນສະຫລາດ.
13.ຂ້າແດ່ອົງພຣະຜູ້ເປັນເຈົ້າ
ພຣະອົງຈະໂກດຮ້າຍ
ຢູ່ອີກດົນປານໃດ?
ໂຜດເມດຕາອີດູຜູ້
ຮັບໃຊ້ຂອງພຣະອົງດ້ວຍ.
14.ໃນທຸກໆເຊົ້າໂຜດ
ໃຫ້ຂ້ານ້ອຍເຕັມ
ໄປດ້ວຍຄວາມຮັກ
ອັນໜັ້ນຄົງຂອງພຣະອົງດ້ວຍ
ເພື່ອວ່າຈະໄດ້ຮ້ອງເພງ
ແລະຊົມຊື່ນຍິນດີ
ຕະຫລອດຊົ່ວຊີວິດ
ຂອງພວກຂ້ານ້ອຍນັ້ນ.
15.ບັດນີ້ ໂຜດປະທານ
ຄວາມສຸກແກ່ພວກຂ້ານ້ອຍ
ໃຫ້ສົມກັບຄວາມໂສກເສົ້າ
ທີ່ພວກຂ້ານ້ອຍໄດ້
ຮັບດ້ວຍຕາມໄລຍະແຫ່ງປີ
ທັງຫຼາຍທີ່ພວກຂ້ານ້ອຍ
ຈົມຢູ່ໃນຄວາມທຸກລໍາບາກ.
16.ຂໍຊົງໂຜດໃຫ້ພວກ
ຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງ
ໄດ້ເຫັນຄວາມຍິ່ງໃຫ່ຍ
ຂອງພຣະອົງ ຄືສິ່ງອັດສະຈັນ
ທີ່ພຣະອົງໄດ້ກະທໍານັ້ນ
ຂໍຊົງໂຜດໃຫ້ເຊື້ອສາຍ
ຂອງຂ້ານ້ອຍໄດ້ເຫັນເໝືອນ
ກັນໃນຣິດທານຸພາບ
ຂອງພຣະອົງນັ້ນ.