ph-ພຣະເຈົ້່າພາຜ່ານທະເລແດງ

ເພງພິເສດ
ພຣະເຈົ້່າພາຜ່ານທະເລແດງ

1.ພຣະເຈົ້ານຳທາງ
ໃຫ້ກາງວັນມີເມກບັງ
ດ້ວຍຄວາມສົມຫວັງ
ເສົາໄຟໃຫ້ແສງສະຫວ່າງ

ປົກປ້ອງດູແລ
ຄຸ້ມໄພໄດ້ເດີນຄຽງຂ້າງ
ວຽນວົນຫົນທາງ
ໃນຖິ່ນແຫ້ງແລ້ງກັນດານ

2.ຟາໂຣໄລ່ຕາມ
ກໍມີຄວາມກົວຍິ່ງໜັກ
ຈື່ງຮ້ອງທູນພັກ
ພຣະເຈົ້າໃຫ້ເຂົາພົ້ນຜ່ານ

ກຸ່ມຊາວປະຊາ
ບອກວ່າຂໍຕາຍທີ່ບ້ານ
ເປັນຫັຍງໜໍທ່ານ
ຈື່ງພາພວກເຮົາອອກມາ

3.ໂມເຊເຕືອນໃຈ
ໝັ້ນຄົງໄວ້ໃຈເຖີດໜາ
ຢ່າຢ້ານສາຍນ້ຳ
ວັນນີ້ພຣະອົງຊົງໄຖ່

ຈະຮົບແທນເຮົາ
ຊົງເຝົ້າລະວັງທາງໃຫ້
ຈົ່ງໄວ້ວ່າງໃຈ
ໃຫ້ເດີນຕໍ່ໄປເຊື່ອຟັງ

R ຊົງບັນຊາ
ໂມເຊຍືນມືອອກໄປ
ເໜື່ອນ້ຳທະເລກ້ວາງໃຫຍ່
ໄດ້ເດີນດິນແຫ້ງຫວ່າງກາງ

ນ້ຳທະເລແດງ
ຕັ້ງເປັນກຳແພງສອງຂ້າງ
ຄຸ້ມຄອງບໍ່ເຄີຍເຫີນຫ່າງ
ໃຫ້ປະຊາຊົນຂ້າມໄປ

4.ກອງທັບຟາໂຣ
ໄລ່ຕາມມີຄວາມສັບສົນ
ເກີດໂອລະຫົນ
ນ້ຳໄຫລ່ຖ້ວມລົ້ນແພ້ຜ່າຍ

ກອງພົນທະຫານ
ຕິດຕາມຂ້າມໄປບໍ່ໄດ້
ເຂົາຈົ່ມນ້ຳຕາຍ
ພຣະເຈົ້າຍິ່ງໃຫຍ່ທຳການ

SOLO

R ຊົງບັນຊາ
ໂມເຊຍືນມືອອກໄປ
ເໜື່ອນ້ຳທະເລກ້ວາງໃຫຍ່
ໄດ້ເດີນດິນແຫ້ງຫວ່າງກາງ

ນ້ຳທະເລແດງ
ຕັ້ງເປັນກຳແພງສອງຂ້າງ
ຄຸ້ມຄອງບໍ່ເຄີຍເຫີນຫ່າງ
ໃຫ້ປະຊາຊົນຂ້າມໄປ

4.ກອງທັບຟາໂຣ
ໄລ່ຕາມມີຄວາມສັບສົນ
ເກີດໂອລະຫົນ
ນ້ຳໄຫລ່ຖ້ວມລົ້ນແພ້ຜ່າຍ

ກອງພົນທະຫານ
ຕິດຕາມຂ້າມໄປບໍ່ໄດ້
ເຂົາຈົ່ມນ້ຳຕາຍ
ພຣະເຈົ້າຍິ່ງໃຫຍ່ທຳການ.