ຈົ່ງເຂົ້າໄປປະຕູແຄບ ສະຕຣີ

ເພງພິເສດ
ຈົ່ງເຂົ້າໄປປະຕູແຄບ

1.ປະຕູກ້ວາງໆ
ທາງຂວາງເດີນ
ເຂົ້າສະບາຍ

ມີຄົນຫຼາຍ
ເດີນເຂົ້າໄປຢ່າງ
ສັບສົນ

ຈົ່ງຮູ້ວ່າ
ທາງນັ້ນໜາ
ບໍ່ລອດພົ້ນ

ຂໍຮ້ອງທຸກຄົນ
ຢາກພົ້ນໄພ
ໃຫ້ຫວນຄືນມາ

2.ປະຕູແຄບໆ
ອັດແຈບໆແລ້ວປອດໄພ
ຈົ່ງເຂົ້າໄປ
ຂ້າງໃນຢ່າໄດ້ລໍຊ້າ

ຢ່າຢືນຢູ່
ຂ້າງນອກໃຫ້ເສຍເວລາ
ຖ້າຂືນຊັກຊ້າ
ປະຕູປິດແລ້ວຈະຜິດຫວັງ

3.ທາງປະຕູ
ພຣະເຢຊູກໍຍັງເປີດ
ຂໍເຊີນເຖີດ
ເປີດເຂົ້າໄປໄດ້ສົມຫວັງ

ຈະໄດ້ຢູ່
ຫໍປະສາດຣາຊວັງ
ບໍ່ຕ້ອງລະວັງ
ທັງຄວາມເຈັບປວຍ
ໄຂ້ຫຼືຕາຍ

4.ເຊີນທ່ານທັງຫຼາຍ
ເຂົ້າໄປເສັ້ນທາງເຫຼັກນ້ອຍ
ເດີນຕາມຮອຍ
ພຣະຄຣິດຊີວິດປອດໄພ

ໄປທາງນີ້
ເຖິງທີ່ສະຫວັນວິໄລ
ຖ້າຢາກເຂົ້າໄປ
ໃຫ້ມາຫາອົງພຣະເຢຊູ.

SOLO

3.ທາງປະຕູ
ພຣະເຢຊູກໍຍັງເປີດ
ຂໍເຊີນເຖີດ
ເປີດເຂົ້າໄປໄດ້ສົມຫວັງ

ຈະໄດ້ຢູ່
ຫໍປະສາດຣາຊວັງ
ບໍ່ຕ້ອງລະວັງ
ທັງຄວາມເຈັບປວຍ
ໄຂ້ຫຼືຕາຍ

4.ເຊີນທ່ານທັງຫຼາຍ
ເຂົ້າໄປເສັ້ນທາງເຫຼັກນ້ອຍ
ເດີນຕາມຮອຍ
ພຣະຄຣິດຊີວິດປອດໄພ

ໄປທາງນີ້
ເຖິງທີ່ສະຫວັນວິໄລ
ຖ້າຢາກເຂົ້າໄປ
ໃຫ້ມາຫາອົງພຣະເຢຊູ.