m-ມະຫັດສະຈັນແຫ່ງວັນຄຣິສມາດ

ເພງສັ້ນ
ມະຫັດສະຈັນແຫ່ງວັນຄຣິສມາດ

1. ເບິ່ງໄປທາງໃດ
ບໍ່ເຄີຍສົດໃສເທົ່າວັນນີ້
ທັງສຽງລະຄັງ
ແລະສຽງດົນຕີ

ແສງໄຟຫລາກສີ
ທີ່ປະດັບປະດາ
ຈະໄປທີ່ໃດ
ກໍເບິາງເຫມືອນກັນທຸກບ່ອນ

ທ່ານມອບຄວາມຮັກ
ແລະສິ່ງດີໆ
ທຸກຄົນເປັນ
ພີ່ນ້ອງກັນ

R ມະຫັດສະຈັນແຫ່ງວັນຄຣິສມາດ
ມະຫັດສະຈັນແຫ່ງຄວາມຮັກ
ທີ່ພຣະກຸມມານໄດ້ບັງເກີດມາ
ເພື່ອຊາວໂລກາທຸກຄົນ

ມະຫັດສະຈັນແຫ່ງວັນຄຣິສມາດ
ມະຫັດສະຈັນແຫ່ງພຣະພອນ
ທີ່ອົງພຣະບຸດຕາ
ບັງເກີດມາເພື່ອເຮົາ

2. ເພງຈາກຟາກຟ້າ
ທີ່ປວງເທວາຂັບຂານ
ເຊີນໂຫລາຈານ
ຮີບໄປຢ່າຊ້າ

ເດີນຕາມດວງດາລາ
ນັ້ນໄປ
ເດັກຕົວນ້ອຍໆ
ທີ່ລໍຄອຍກ່ອງຂອງຂວັນ

ໃນວັນທີ່ທຸກຄົນ
ພ້ອມຫນ້າກັນ
ເຈົ້າກັບຂ້ອຍ
ຮ່ວມກັນຮ້ອງເພງ

R ມະຫັດສະຈັນແຫ່ງວັນຄຣິສມາດ
ມະຫັດສະຈັນແຫ່ງຄວາມຮັກ
ທີ່ພຣະກຸມມານໄດ້ບັງເກີດມາ
ເພື່ອຊາວໂລກາທຸກຄົນ

ມະຫັດສະຈັນແຫ່ງວັນຄຣິສມາດ
ມະຫັດສະຈັນແຫ່ງພຣະພອນ
ທີ່ອົງພຣະບຸດຕາ
ບັງເກີດມາເພື່ອເຮົາ