n-ນີ້ຫລືຊີວິດ

ເພງສັ້ນ
ນີ້ຫລືຊີວິດ

1.ໂອ້ເຮົາ ຜິດອີກ
ແລ້ວຫລືນີ້
ຢ່າງນີ້ທຸກທີໃຫ້
ຊ້ຳໃຈຫນັກຫນາ

ນີ້ຄົງເພາະມານ
ເທົ່ານັ້ນນຳພາ

ຕ້ອງຊ້ຳຫົວໃຈດັ່ງວ່າ
ເພາະຕົວຂ້າເອງບໍ່ຟັງ

2. ຄຳນຶງດວງຈິດ
ທີ່ຄິດດີຊົ່ວ
ເນື້ອຫນັງມັນຍົ້ວຫຸ້ມຕົວ
ເສົ້າຫມອງຫນັກຫນາ

ທີ່ຜິດພາດໄປ
ໃຫ້ນ້ອມວັນທາ
ຕໍ່ອົງພຣະເຢຊູວ່າ
ຂ້າຍອມກັບເນື້ອກັບຕົວ

R.ຄຶດສ້າງຕົວ
ວ່າເຮົາໂງ່ງ່າຍໄປໃຫຍ່
ສ້າງຊີວິດໃຫມ່
ໃຫ້ງາມສະຫງ່າລາສີ

ໃຫ້ມັນງົດງາມທົ່ວທັງຊີວິ
ອັດສະຈັນເຫມືອນ
ຝັນຫລືນີ້
ພິບຕາໄດ້ດີໄວວາ

ຕັ້ງຕົວ ປັກຫລັກ
ຮັກສາຕົວໃຫມ່
ຄາວນີ້ຄົງບໍ່
ລະກຳຊ້ຳໃຈອີກຫົນ

ໃຫ້ພຣະວິນຍານ
ຊາບຊື້ງໃນຕົນ
ເພື່ອອົງພຣະຈະໄດ້ດົນ
ຊ່ວຍຕົນໃຫ້ພົ້ນຈາກມານ.