ph-ພຣະເຢຊູຜູ້ໄຖ່ບາບ
ເພງສັ້ນ
ພຣະເຢຊູຜູ້ໄຖ່ບາບ
1.ໂອ່ພຣະເຢຊູ
ພຣະຜູ້ບໍລິສຸດທາ
ໄດ້ບັງເກີດຂຶ້ນມາ
ຊ່ວຍປວງປະຊາໃຫ້ລອດຕາຍ
2.ໂອ່ພຣະເຢຊູ
ພຣະຜູ້ໄຖ່ບາບຂອງເຮົາ
ແລະຊົງເປັນຮົ່ມເງົາ
ຂອງເຮົາຊາວປວງປະຊາ
R.ຫາກຂາດພຣະອົງ
ໂລກນີ້ສິ້ນສຸດທັງຊາດ
ເໝືອນດັ່ງຟ້າຂາດ
ດວງເດືອນແລະດວງສຸລີ
ຫາກມີພຣະອົງ
ໂລກນີ້ມີຄວາມຍິນດີ
ປ່ຽມດ້ວຍປານີ
ແລະມີສຸກລົ້ນ
3.ໂອ່ພຣະເຢຊູ
ພຣະຜູ້ໄຖ່ເຮົາທັງຫຼາຍ
ບໍ່ວ່າຍິງຫຼືຊາຍ
ພຣະອົງຊົງຕາຍໄຖ່ທຸກຄົນ
ບໍ່ເລືອກຊັ້ນຮັ່ງມີ
ຫຼືວ່າທຸກຈົນ
ຂໍໃຫ້ຍອມຖ່ອມຕົນ
ທຸກຄົນພົ້ນບາບໝົດເວນ
R.ຫາກຂາດພຣະອົງ
ໂລກນີ້ສິ້ນສຸດທັງຊາດ
ເໝືອນດັ່ງຟ້າຂາດ
ດວງເດືອນແລະດວງສຸລີ
ຫາກມີພຣະອົງ
ໂລກນີ້ມີຄວາມຍິນດີ
ປ່ຽມດ້ວຍປານີ
ແລະມີສຸກລົ້ນ