69,53ຈົ່ງຕັ້ງເວລາໄວ້ກ່ອນ Take time to be holy
Hymn
69,53ຈົ່ງຕັ້ງເວລາໄວ້ກ່ອນ
Take time to be holy
1.ຈົ່ງຕັ້ງເວລາໄວ້ກ່ອນ
ເພື່ອເຝົ້າທູນໄຫວ້ວອນ
ອາໄສພຣະເຢຊູ
ຮັບເອົາຄຳສັ່ງຄຳສອນ
ແລ້ວເປັນມິດກັບພວກສິດ
ຊ່ອຍຜູ້ທີ່ອ່ອນແອ
ຮັບໃຊ້ອົງພຣະເຢຊູ
ເພື່ອໄດ້ພອນທ່ຽງແທ້.
2.ຈົ່ງຕັ້ງເວລາໄວ້ກ່ອນ
ເພື່ອຝົ້າທູນໄຫວ້ວອນ
ໂລກນີ້ກຳລັງວຸ້ນວາຍ
ແຕ່ທ່ານຈົ່ງຫາພອນ
ຖ້າຫລຽວເບິ່ງພຣະຄຣິດ
ທ່ານກາຍເປັນເຫມືອນ
ພຣະອົງແລ້ວເຂົາຈະເຫັນ
ພຣະຄຣິດໃນທ່ານຢ່າງຫມັ້ນຄົງ.
3.ຈົ່ງຕັ້ງເວລາໄວ້ກ່ອນ
ເພື່ອເຝົ້າທູນໄຫວ້ວອນ
ພຣະອົງຊົງເປັນຜູ້ນຳ
ຢ່າໃຫ້ທ່ານໄປກອ່ນ
ໃນເມື່ອມີຄວາມສຸກທຸກ
ຈົ່ງຕິດຕາມຕໍ່ໄປ
ເງີຍຫນ້າເບິ່ງພຣະເຢຊູ
ດ້ວຍຄວາມໄວ້ວາງໃຈ.
4.ຕັ້ງເວລາໄວ້ກ່ອນ
ເພື່ອເຝົ້າທູນໄຫວ້ວອນ
ຈົ່ງຖວາຍຮ່າງກາຍ
ແລະຈິດໃຈຢ່າງແນ່ນອນ
ຂໍເຊີນພຣະວິນຍານ
ຊົງນຳຣິດອຳນາດມາ
ແລ້ວດວງໃຈຂອງທ່ານ
ຈະມີຄວາມຮັກຫນັກຫນາ.