ພຣະທຳສະຫລັບ ກິດຈະການ 2:25-28

ພະທໍາສະຫຼັບ
ພຣະທຳສະຫລັບ
ກິດຈະການ 2:25-28

25. ເພາະວ່າກະສັດດາວິດໄດ້
ກ່າວເຖິງພຣະອົງວ່າ, ‘ຂ້ານ້ອຍ
ໄດ້ເຫັນອົງພຣະຜູ້ເປັນເຈົ້າ
ຕໍ່ໜ້າຂ້ານ້ອຍຕະຫລອດເວລາ,

ເພາະພຣະອົງຢູ່ເບື້ອງຂວາຂອງ
ຂ້ານ້ອຍຂ້ານ້ອຍຈະບໍ່ສະທ້ານ
ຫວັ່ນໄຫວ.

26. ດ້ວຍເຫດນີ້ ຂ້ານ້ອຍ
ຈຶ່ງເຕັມໄປດ້ວຍ ຄວາມປິຕິ
ຍິນດີ ເມື່ອຂ້ານ້ອຍເວົ້າຈາ
ແລະລິ້ນຂອງຂ້ານ້ອຍຈຶ່ງຮ້ອງ
ດ້ວຍຄວາມຊົມຊື່ນຍິນດີ.

27. ສຳລັບຂ້ານ້ອຍແລ້ວ ເນື້ອກາຍ
ຂອງຂ້ານ້ອຍກໍຈະພັກຜ່ອນດ້ວຍ
ຄວາມຫວັງ ດ້ວຍຄວາມໝັ້ນໃຈໃນ
ພັນທະສັນຍາຂອງພຣະເຈົ້າ

ເພາະພຣະອົງຈະບໍ່ປະຖິ້ມ
ຂ້ານ້ອຍໄວ້້ໃນແດນມໍຣະນາ
ບ່ອນທີ່ຄົນຕາຍຢູ່ນັ້ນ,ທັງຈະບໍ່
ໃຫ້ຜູ້ຮັບໃຊ້ຂອງພຣະອົງຜູ້ທີ່
ບໍຣິສຸດເປື່ອຍເນົ່າໃນຂຸມຝັງສົບ.

28. ພຣະອົງຊົງໂຜດໃຫ້ຂ້ານ້ອຍ
ໄດ້ຮູ້ ເຫັນທາງນຳໄປສູ່ຊີວິດ
ແລະພຣະອົງຈະຊົງໃຫ້ຂ້ານ້ອຍ
ຊົມຊື່ນຍິນດີຢ່າງເຕັມບໍຣິບູນ
ຢູ່ຊ້ອງໜ້າພຣະອົງ.’