ພຣະທຳສະຫລັບ ມລກ8:34-38
ພະທໍາສະຫຼັບ
ພຣະທຳສະຫລັບ
ມລກ8:34-38
34.ແລ້ວພຣະເຢຊູເຈົ້າ
ກໍເອີ້ນປະຊາຊົນກັບພວກ
ສາວົກ ແລະ ກ່າວວ່າ,
ຖ້າຜູ້້ໃດຜູ້ໜຶ່ງ
ຢາກຕາມເຮົາມາ
ຜູ້ນັ້ນຕ້ອງຕັດສິດ
ຂອງຕົນເສຍ
ແລະຮັບແບກໄມ້
ກາງແຂນຂອງຕົນ
ແລະຕາມເຮົາມາ.
35.ເພາະຜູ້ໃດທີ່ຢາກ
ຊ່ວຍຊີວິດຂອງຕົນ
ໃຫ້ພົ້ນຜູ້ນັ້ນກໍຈະ
ເສຍຊີວິດ,ແຕ່ຜູ້ໃດ
ທີ່ສະລະຊີວິດຂອງຕົນ
ເພື່ອເຫັນແກ່ເຮົາ
ແລະແກ່ຂ່າວປະເສີດ
ຜູ້ນັ້ນກໍຈະຖືກຊ່ວຍ
ຊີວິດໃຫ້ພົ້ນໄດ້.
36.ເພາະຖ້າຜູ້ໃດ
ຈະໄດ້ສິ່ງຂອງໝົດ
ທັງໂລກແຕ່ເສຍຊີວິດ
ນິຮັນດອນຂອງຕົນ.
ຜູ້ນັ້ນຈະໄດ້ປະໂຫຍດ
ອັນໃດ?
37.ບໍ່ມີສິ່ງໃດທິ່
ມະນຸດນຳມາແລກເອົາ
ຊີວິດນິຮັນດອນຂອງຕົນ
ຄຶນໄດ້.
38.ດັ່ງນັ້ນແຫລະ
ຖ້າຜູ້ໃດມີຄວາມລະອາຍ
ໃນເລື່ອງເຮົາ ແລະໃນ
ເລື່ອງຖ້ອຍຄຳຂອງເຮົາ
ໃນທ່າມກາງຊົນຊາດນີ້
ແລະໃນທ່ານກາງ
ຄົນທີ່ຫຼິ້ນຊູ້
ແລະຄົນທີ່ມີ
ບາບກຳບຸດມະນຸດ
ກໍຈະມີຄວາມລະອາຍ
ໃນເລື່ອງຄົນນັ້ນ
ເມື່ອພຣະອົງມາ
ປະກົດໃນສະຫງ່າ
ຮາສີແຫ່ງພຣະບິດາເຈົ້າ
ແລະພ້ອມດ້ວຍຝູງ
ເທວະດາຕົນບໍຮິສຸດ