ພຣະເຈົ້າພຣະບິດາ ພຣະວິນຍານບໍລິສຸດເຈົ້າ
ເພງພິເສດ
ພຣະເຈົ້າພຣະບິດາ
ພຣະວິນຍານບໍລິສຸດເຈົ້າ
1.ພຣະເຈົ້າຊົງຮັກເຮົາທີ່ສຸດ
ປຽບມະຫາສະມຸດ
ກ້ວາງໃຫຍ່ໄພສານ
ພຣະພອນທັງຫຼາຍ
ໄດ້ຊົງປະທານ
ລວມທັງສິ່ງຂອງທຸກປະການ
ເປັນຂອງປະທານມາຈາກພຣະອົງ
ດ້ວຍພຣະຄຸນ
ກະລຸນາໝັ້ນຄົງ
ຂ້າທັງຫຼາຍ
ຂໍນ້ອມກາຍຍາລົງ
ຂອບພຣະຄຸນພຣະອົງ
ຈົນສີ້ນລົມປານ
ທຸກຄົນເຂົ້າໂມທະນາຄຸນທ່ານ
ດ້ວຍໃຈໝັ້ນທຸກວັນ
ຕະຫຼອດໄປ
2.ພຣະບິດາບຸດຕາ
ພຣວິນຍານຂໍຊົງປະທານ
ໃຫ້ສິດທັງຫຼາຍ
ຂ້ານີ້ລ່ວງລ້ຳຄຳຫຍາບຄາຍ
ບາງຄັ້ງເຮົາຄິດຜິດກາຍໃຈ
ພຣະອົງໄດ້ຊົງເມດຕາປານີ
ໂຜດອະໄພໂທດໃຫ້ທັນທີ່
ຊ່ວຍທຸກຄົນຫຼຸດພົ້ນໂລກີ
ຈົນທຸກຄົນຍິນດີ
ສາລະພາບກັບໃຈ
ຄຸນລ້ຳຄ່າເຫຼືອຄະນານັບໄດ້
ບໍ່ມີໃຜຈະທຽບທຽມທັນ
3.ພຣະບິດາຜູ້ຊົງຈະເລີນ
ຂ້າຂໍສັນເສິນພຣະຄຸນທຸກວັນ
ຂ້າຖວາຍສຽງພ້ອມພຽງກັນ
ຍິງຊາຍແຊ່ຊ້ອງສາທຸການ
ດ້ວຍສຽງປະສານ
ຖວາຍກຽດບິດາ
ຮັກພຣະອົງເທົ່າທຽມຊີວາ
ຂ້າທັງຫຼາຍມີໃຈສັດທາ
ຕໍ່ອົງພຣະບິດາ
ສຸດຊີວິດຈິດໃຈ
ຄຳທູນກ່າວຂໍພຣະເຈົ້າສະດັບ
ໂຜດຊົງຮັບຄຳຂອບພຣະຄຸນ.