ຂ້າແດ່ພຣະບິດາ
1. ຂ້າແດ່ພຣະບິດາ
ແຫ່ງຂ້າພຣະອົງ
ຜູ້ຊົງສະຖິດ
ໃນຟ້າສະຫວັນ
ຂໍໃຫ້ພຣະນາມ
ຂອງພຣະອົງ
ເປັນທີ່ເຄົາລົບບູຊາ
ຂໍໃຫ້ແຜ່ນດິນ
ຂອງພຣະອົງລົງມາ
ແລະໃຫ້ເປັນໄປ
ຕາມນ້ຳພຣະໄທ
ຂໍໃຫ້ແຜ່ນດິນ
ຂອງພຣະອົງລົງມາ
ແລະໃຫ້ເປັນໄປ
ຕາມນ້ຳພຣະໄທ
2. ຂໍໂຜດໃຫ້ຂ້າມີ
ອາຫານປະຈຳວັນ
ປະທານເພື່ອການ
ວັນນີ້ແກ່ຂ້າ
ຂໍໂຜດຍົກຄວາມບາບ
ຂອງຂ້າພຣະອົງ
ດັ່ງທີ່ຂ້າຍົກໂທດຜູ້ອື່ນ
R. ຂໍຢ່ານຳຂ້າເຂົ້າ
ໃນການທົດລອງ
ແຕ່ຂໍຊົງນຳໃຫ້
ຜ່ານຄວາມຊົ່ວຮ້າຍ
ຂໍຢ່ານຳຂ້າເຂົ້າ
ໃນການທົດລອງ
ແຕ່ຂໍໃຫ້ເປັນໄປ
ຕາມນ້ຳພຣະໄທ.