B_ບຸດນ້ອຍໃນຮ່າງຫຍ້າ
ເພງສັ້ນ
ບຸດນ້ອຍໃນຮ່າງຫຍ້າ
1.ວັນເວລາຜ່ານໄປ
ນານນັບພັນປີ
ທີ່ພຣະຄຣິດຊົງບັງເກີດ
ໃນໂລກນີ້
ແຕ່ເປັນເໝືອນເພີ່ງຜ່ານໄປ
ພຽງຊົ່ວນາທີ
ຄວາມຍິນດີຍັງປ່ຽມລົ້ນ
ທົ່ວໂລກາ
2.ເບັດເລເຮັມ
ເປັນເມືອງເລັກນ້ອຍ
ໃນສາຍຕາຜູ້ຄົນ
ແຕ່ພຣະຄຣິດຊົງ
ບັງເກີດໃນເມືອງນີ້
ໃນບ້ານ ແລະ ໂຮງແຮມ
ທຸກແຫ່ງ
ບໍ່ມີທີຫວ່າງໃຫ້ພຣະອົງ
ຈິ່ງໄດ້ປະສູດ
ນອນໃນຮ່າງຫຍ້າຕ້ອຍຕ່ຳ
R ເອມານູເອັນ
ພຣະເຈົ້າຜູ້ຊົງຢູ່ທ່າມກາງເຮົາ
ເປັນນາມທີ່ຍິ່ງໃຫຍ່
ແລະ ມີຄວາມໝາຍ
ເປັນນາມຂອງອົງພຣະບຸດຕາ
ຜູ້ຊົງມາໄຖ່ມະນຸດ
ຜູ້ທີ່ຍິນດີ ແລະ
ວາງໃຈໃນພຣະອົງ
3.ເມື່ອທ່ານນອນລົງ
ບ່ອນນອນທີ່ແສນ
ອຸ່ນສະບາຍ
ຈົ່ງຢ່າລືມພຣະບຸດ
ທີ່ເທິງຮ່າງຫຍ້າ
ໃນຄືນນີ້ທ່ານນອນຢູ່ໃນ
ຫ້ອງທີ່ແສນອົບອຸ່ນ
ໃຫ້ນຶກເຖິງບຸດນ້ອຍ
ນອນແລ້ວເຢັນກາຍ
ແມ່ນພຣະອົງຊົງເປັນ
ພຣະເຈົ້າຍິ່ງໃຫຍ່
ແຕ່ຍິນດີມາ
ລຳບາກໃນໂລກນີ້
ເພາະຄວາມຮັກພຣະອົງ
ທີ່ມີຕໍ່ມ່ວນມະນຸດ
ຈິ່ງໄດ້ປະທານພຣະບຸດ
ອົງດຽວລົງມາ.