ຮາເລ ຮາເລລູຢາ
ຮາເລ ຮາເລລູຢາ
ຮາເລລູຢາ
ຮາ....ເລລູຢາ (2)
1. ພວກເຮົາມາ
ຮ້ອງກັນເຖີດ
ມາຮ້ອງສັນເສີນ
ແດ່ພຣະຜູ້ເປັນເຈົ້າ
ພຣະອົງເປັນຜູ້ສ້າງເຮົາ
ພຣະປະທານຊີວິດໃຫ້ເຮົາ
ເຮົາຈຶ່ງຄຸເຂົ່າຮ້ອງ
ສັນເສີນພຣະອົງ
ຈາກໃຈທີ່ແສນຍິນດີ
ສຸດແສນຍິນດີ
ເພາະໄດ້ພົບພຣະອົງ
ຊີວິດໝົດສິ້ນຊຶມເສົ້າ
ບໍ່ມີໃຜຈະສຸກເທົ່າເຮົາ
ເພາະອົງພຣະເຈົ້າ
ເຮົາຊື່ນຍິນດີ
2. ຫາກໃຜຜິດພາດພັ້ງທໍາ
ເຄີຍຫຼົງເຄີຍທໍາ
ບາບແລະກໍາເມື່ອກ່ອນ
ຂໍຈົ່ງຮີບມາອ້ອນວອນ
ເພາະພຣະອົງ
ບໍ່ເຄີຍຕັດຮ້ອນ
ຈົ່ງຮີບອ້ອນວອນ
ຂໍພອນພຣະອົງ
ດ້ວຍຮັກຈຶ່ງ
ໃຫ້ຫົນທາງ
ຊົງມອບຫົນທາງ
ແກ່ທຸກຄົນທົ່ວໜ້າ
ພຣະອົງປະທານ
ພຣະບຸດຕາ
ພຣະເຢຊູສະເດັດລົງມາ
ຊົງມອບກາຍຍາ
ຊ່ວຍເຮົາທຸກຄົນ
ຮາເລ ຮາເລລູຢາ
ຮາເລລູຢາ
ຮາ....ເລລູຢາ (2)
R. ເມື່ອເບິ່ງທີ່ໄມ້ກາງແຂນ
ຈຶ່ງໄດ້ພົບເຫັນ
ຄວາມຮັກທີ່ຍິ່ງໃຫຍ່
ພຣະເຢຊູໄດ້ຊົງຍອມຕາຍ
ພຣະອົງຍອມພີພຣະກາຍ
ເພາະໂລຫິດພຣະອົງ
ໄຖ່ພວກເຮົາທຸກຄົນ
3. ຮຸ່ງເຊົ້າຊົງຟື້ນຈາກຕາຍ
ຊົງພ້ອມອະໄພ
ແດ່ທຸກຄົນທີ່ເຊື່ອ
ຜິດບາບກຳຈະບໍ່ມີເຫຼືອ
ກຳທຳມາຈະບໍ່ມີເຫຼືອ
ຂໍພຽງເຮົາເຊື່ອຊື່ໃນພຣະອົງ
4. ຫາກໃຜມາເຊື່ອພຣະອົງ
ມາພົບພຣະອົງ
ຊີວິດຈະມີສຸກ
ແມ່ນທາງຈະຍາກຫຼືທຸກ
ເຖິງຫົນທາງຈະພົບຄວາມທຸກ
ຊີວິດມີສຸກເພາະພຣະອົງດູແລ
ໂລກນີ້ເຮົາຢູ່ບໍ່ນານ
ຊີວິດຈັກວັນ
ກໍ່ຕ້ອງມີວັນສຸດ
ພຣະອົງຊົງຮັກມະນຸດ
ເຊື່ອພຣະອົງຜູ້ໄຖ່ມະນຸດ
ເມື່ອວັນສິ້ນສຸດ
ເຂົ້າສະຫວັນນິລັນ.