240 ເຊີນທ່ານທັງຫຼາຍ ທັງຍິງທັງຊາຍເຂົ້າມາເທີນ (ບົດເພງທີ 240)
Hymn
240 ເຊີນທ່ານທັງຫຼາຍ
1. ເຊີນທ່ານທັງຫຼາຍ
ທັງຍິງທັງຊາຍ
ເຂົ້າມາເທີນ
ດື່ມນ້ຳທິບປະເສີດ
ບໍ່ເສຍອັນໃດ
ຖ້າຜູ້ໃດເຄີຍ
ມີຄວາມຫິວ
ໃຫ້ຜູ້ນັ້ນຈົ່ງຮັບປະທານ
ນ້ຳຝ່າຍວິນຍານຈາກອົງ
ພຣະເຢຊູແຕ່ຜູ້ດຽວ
2. ເຊີນຜູ້ລຳບາກທຸກ
ຍາກທັງຫຼາຍໃຫ້ຮິບມາ
ເຊີນເຫຼົ່າປະຊາຊົນ
ເຊົາເມື່ອຍສຳບາຍ
ຖ້າຜູ້ໃດໃຈອ່ອນສຸພາບ
ໃຫ້ຮຽນຮູ້ຈາກພຣະເຢຊູ
ຜູ້ຊົງເປັນຄູແລະຊົງ
ເປັນຜູ້ໄຖ່ບາບຂອງເຮົາ
3. ຄວາມສຸກສະຫວັນ
ພຣະເຈົ້າປະທານ
ໃຫ້ແກ່ຜູ້ເຊື່ອ
ຄວາມສຸກນີ້ຢູ່ເຫນືອ
ຄວາມສຸກໃດໆ
ຖ້າຜູ້ໃດເຄີຍມີຄວາມຫິວ
ໃຫ້ຜູ້ນັ້ນຈົ່ງຮັບປະທານ
ດ້ວຍຄວາມສັດທາທູນຂໍ
ຈາກອົງພຣະເຢຊູເຈົ້າ
4. ເຊີນຜູ້ທຸກຍາກລຳບາກ
ທັງຫຼາຍຮັບອາຫານ
ເຊີນມາຮັບປະທານ
ບໍ່ເສຍເງິນທອງ
ເຫດອັນໃດຈຶ່ງ
ຈ່າຍເງິນທອງ
ຊື້ສິ່ງຂອງທີ່
ບໍ່ອີ່ມໃຈ
ແຕ່ວ່າດຽວນີ້ພຣະເຈົ້າ
ຊົງປະທານຂອງຢ່າງດີ