ພຣະພອນແຫ່ງການວ່າງໃຈ

ເພງພິເສດ
ພຣະພອນແຫ່ງການວ່າງໃຈ

ຄວາມຮັກພຣະເຈົ້າ
ໝັ້ນຄົງບໍ່ເຄີຍຢຸດຢັ້ງ
ພຣະອົງຊົງປ່ຽມດ້ວຍ
ຄວາມເມດຕາ

ເປັນດັ່ງແດດຍາມເຊົ້າ
ຊ່ວຍສະໂລມຈິດໃຈ
ພຣະອົງຊົງໄວ້
ຊຶ່ງຄວາມທ່ຽງທຳ

ປະທານພຣະພອນ
ແກ່ຜູ້ທີ່ໄວ້ວາງໃຈ
ປຽບເໝືອນຕົ້ນໄມ້
ທີ່ປູກຮີມທານ

ບໍ່ເຄີຍຫວາດຫວັ່ນໄຫວ
ບໍ່ກະວົນກະວາຍ
ແຕກໃບເກີດຜົນງົດງາມ
ໝາກໝາຍ

R ບໍ່ຫວາດຫວັ່ນ
ພຣະເຈົ້າຊົງເປັນທີ່ລີ້ໄພ
ແມ່ນລຳບາກ
ພຣະອົງຊົງຊ່ວຍ

ພຣະອົງນຳບາດກ້າວ
ຂອງເຮົາທຸກຄືນວັນ
ຍື່ນພຣະຫັດ
ປະຄອງຊ່ວຍເຮົາ.

ຄວາມຮັກພຣະເຈົ້າ
ໝັ້ນຄົງບໍ່ເຄີຍຢຸດຢັ້ງ
ພຣະອົງຊົງປ່ຽມດ້ວຍ
ຄວາມເມດຕາ

ເປັນດັ່ງແດດຍາມເຊົ້າ
ຊ່ວຍສະໂລມຈິດໃຈ
ພຣະອົງຊົງໄວ້
ຊຶ່ງຄວາມທ່ຽງທຳ

ປະທານພຣະພອນ
ແກ່ຜູ້ທີ່ໄວ້ວາງໃຈ
ປຽບເໝືອນຕົ້ນໄມ້
ທີ່ປູກຮີມທານ

ບໍ່ເຄີຍຫວາດຫວັ່ນໄຫວ
ບໍ່ກະວົນກະວາຍ
ແຕກໃບເກີດຜົນງົດງາມ
ໝາກໝາຍ

R ບໍ່ຫວາດຫວັ່ນ
ພຣະເຈົ້າຊົງເປັນທີ່ລີ້ໄພ
ແມ່ນລຳບາກ
ພຣະອົງຊົງຊ່ວຍ

ພຣະອົງນຳບາດກ້າວ
ຂອງເຮົາທຸກຄືນວັນ
ຍື່ນພຣະຫັດ
ປະຄອງຊ່ວຍເຮົາ.