26 ພຣະຄຣິດໄດ້ມາ (ບົດເພງທີ 26)
Hymn
26 ພຣະຄຣິດໄດ້ມາ
1.ພຣະຄຣິດໄດ້ມາ
ຈົ່ງສັນລະເສີນ
ດ້ວຍສຸດໃຈຍິນດີ
ເພາະໄດ້ມີຜູ້ຊ່ວຍ
ພຣະເຢຊູຊົງ
ໂຜດຖວາຍຕົນເອງ
ເປັນເຄື່ອງບູຊາໄຖ່
ໂທດຄົນບາບທັງຫຼາຍ
ໃຫ້ພົ້ນດ້ວຍ
ຄວາມເຊື່ອ
2.ຈົ່ງເບິ່ງຄວາມຮັກ
ຂອງພຣະບິດາ
ຜູ້ຊົງປະທານພຣະ
ບຸດທີ່ຮັກອົງດຽວ
ພຣະເຢຊູໄດ້
ໂຜດຮັກສາໃຫ້ເຮົາ
ພົ້ນຈາກການທົດລອງ
ພຣະເຢຊູຜູ້ຊ່ວຍ
ພຣະເຢຊູຜູ້ຊ່ວຍ
3.ໝູ່ເຮົາຈະເຫັນ
ເມືອງບໍລິສຸດ
ເຢລູຊາເລັມໃຫຍ່
ລົງມາຈາກສະຫວັນ
ມາແຕ່ພຣະເຈົ້າ
ປະກອບດ້ວຍລັດສະໝີ
ຮຸ່ງເຮືອງຂອງພຣະອົງ
ຄົນທຸກຄົນທີ່ເຊື່ອ
ຈົ່ງຄອຍຖ້າພຣະອົງ
4.ຜູ້ທີ່ມີນ້ຳ
ໃຈຢາກຮັບພຣະອົງ
ຈົ່ງເຊີນພຣະອົງມາ
ຢູ່ໃນໃຈຂອງຕົນ
ຂໍພຣະວິນຍານ
ໂຜດສ່ອງແຈ້ງໃນໃຈຂ້າ
ຂໍໃຫ້ພຣະອົງເຈົ້າ
ສະເດັດມາໂດຍໄວ
ສະເດັດມາໂດຍໄວ