M-ມີພຽງເຮົາ ພຣະເຈົ້າຊົງສ້າງຍິງແລະຊາຍ
ເພງສັ້ນ
ມີພຽງເຮົາ
(ພຣະເຈົ້າຊົງສ້າງຍິງແລະຊາຍ)
1. ພຣະເຈົ້າຊົງສ້າງ
ຍິງແລະຊາຍ
ໃຫ້ມຸ່ງໝາຍໄດ້ຢູ່ຄູ່ກັນ
ຢ່າໃຫ້ໃຜຜູ້ໃດ
ມາພາກຈາກກັນ
ໃຫ້ຮັກນັ້ນຢັ້ງຢືນຊື່ນບານ
ຕໍ່ໄປນີ້ຈະເປັນ
ຂອງກັນແລະກັນ
ບໍ່ມີພຽງແຕ່ຂ້ອຍແລະເຈົ້າ
ມີພຽງເຮົາ
2. ຂໍໃຫ້ຢູ່ຢັ້ງຢືນຍືນນານ
ຈົນຄືນວັນໝຸນວຽນປ່ຽນໄປ
ຫາກແມ່ນມີ
ຄວາມທຸກໃຈເມື່ອໃດ
ຢ່າຫວັ່ນໄຫວມີໃຈໝັ້ນຄົງ
ອະທິຖານ
ນະມັດສະການພຣະອົງ
ພຣະອົງຊົງດຳລົງນິຣັນ
ທຸກວັນຄືນ
R. ນັບແຕ່ນີ້ຈະບໍ່ມີ
ພຽງເຈົ້າແລະຂ້ອຍ
ມີພຣະຄຣິດເປັນຜູ້ຜູກພັນ
ຮ່ວມປະສານຮັກອັນໝັ້ນຄົງ
ປຽບສະເໝືອນເຊືອກໜຽວ
ໜ່ຽວລັ້ງຢັ້ງໃຈໝັ້ນຄົງ
ດ້ວຍຄວາມຮັກນັ້ນ
ຮັກອັນສູງສົ່ງ
ແລະຈະຄົງຮັກກັນ
ຈົນວັນນີ້ແລະສືບໄປ
Solo
2.ຂໍໃຫ້ຢູ່ຢັ້ງຢືນຍືນນານ
ຈົນຄືນວັນໝຸນວຽນປ່ຽນໄປ
ຫາກແມ່ນມີ
ຄວາມທຸກໃຈເມື່ອໃດ
ຢ່າຫວັ່ນໄຫວມີໃຈໝັ້ນຄົງ
ອະທິຖານ
ນະມັດສະການພຣະອົງ
ພຣະອົງຊົງດຳລົງນິຣັນ
ທຸກວັນຄືນ
R. ນັບແຕ່ນີ້ຈະບໍ່ມີ
ພຽງເຈົ້າແລະຂ້ອຍ
ມີພຣະຄຣິດເປັນຜູ້ຜູກພັນ
ຮ່ວມປະສານຮັກອັນໝັ້ນຄົງ
ປຽບສະເໝືອນເຊືອກໜຽວ
ໜ່ຽວລັ້ງຢັ້ງໃຈໝັ້ນຄົງ
ດ້ວຍຄວາມຮັກນັ້ນ
ຮັກອັນສູງສົ່ງ
ແລະຈະຄົງຮັກກັນ
ຈົນວັນນີ້ແລະສືບໄປ
ດ້ວຍຄວາມຮັກນັ້ນ
ຮັກອັນສູງສົ່ງ
ແລະຈະຄົງຮັກກັນ
ຈົນວັນນີ້ແລະສືບໄປ....