ຂ້າຂໍມອບຖວາຍ
1. ພຣະເຢຊູ
ພຣະຜູ້ປະເສີດ
ຜູ້ງົດງາມຊົ່ວນິດນິລັນ
ພຣະບິດາ
ສະຫວັນປະກາດ
ພຣະບາລະມີຂອງພຣະອົງ
ຂ້າຂໍມອບທຸກສິ່ງ
ທີ່ຂ້ານັ້ນມີ
ເພື່ອພຣະອົງທີ່ຮັກຂ້າ
ເທີດທູນ....
R ຂ້າຂໍມອບຖວາຍ
ມອບຖວາຍ
ທຸກສິ່ງທີ່ຂ້າມີ
ເພື່ອພຣະອົງ
ທີ່ຂ້າຮັກ
ແລະເທີດທູນ
ຂ້າຂໍມອບຖວາຍ
ມອບຖວາຍທຸກສິ່ງ
ທີ່ຂ້າມີ
ເພື່ອພຣະອົງຜູ້ຊົງ
ສະຫລະຊີວິດເພື່ອຂ້າ.
2. ພຣະເຢຊູຊົງລະຖິ້ມ
ຄວາມສຸກລົງມາ
ເພື່ອເຮົາທຸກທົນ
ຊົ່ວນິລັນຂ້າຂໍຕິດຕາມ
ພຣະອົງຜູ້ດຽວ
ທີ່ວາງໃຈ
ທຸກໆວັນ ຂ້າຕ້ອງການ
ມີພຣະອົງ
ຊົງຢູ່ຂ້າງກາຍ
ຊົ່ວນິດນິລັນ
R ຂ້າຂໍມອບຖວາຍ
ມອບຖວາຍ
ທຸກສິ່ງທີ່ຂ້າມີ
ເພື່ອພຣະອົງ
ທີ່ຂ້າຮັກ
ແລະເທີດທູນ
ຂ້າຂໍມອບຖວາຍ
ມອບຖວາຍທຸກສິ່ງ
ທີ່ຂ້າມີ
ເພື່ອພຣະອົງຜູ້ຊົງ
ສະຫລະຊີວິດເພື່ອຂ້າ.
# ພຣະອົງ..... ປະທານ
ທັງຊີວິດເພື່ອຂ້າພົ້ນໄພ
ຂ້າຂໍຖວາຍທັງຫມົດຊີວິດ
ທຸກໆວັນ
ຂ້າຕ້ອງການມີພຣະອົງ
ຊົງຢູ່ຂ້າງກາຍ ຊົ່ວນິດນິລັນ.
R ຂ້າຂໍມອບຖວາຍ
ມອບຖວາຍ
ທຸກສິ່ງທີ່ຂ້າມີ
ເພື່ອພຣະອົງ
ທີ່ຂ້າຮັກ
ແລະເທີດທູນ
ຂ້າຂໍມອບຖວາຍ
ມອບຖວາຍທຸກສິ່ງ
ທີ່ຂ້າມີ
ເພື່ອພຣະອົງຜູ້ຊົງ
ສະຫລະຊີວິດເພື່ອຂ້າ.