k-ກ້າວຕໍ່ໄປ

ເພງສັ້ນ
ກ້າວຕໍ່ໄປ

1. ໜຶ່ງຊີວິດ
ທີ່ພຣະເຈົ້າໃຫ້ມາ
ເຮົາຄົງບໍ່ຮູ້ວ່າ
ມີເວລາທີ່ເຫລືອເທົ່າໃດ

ວັນນີ້ ທັງຮ່າງກາຍ ຈິດໃຈ
ຂ້າມອບທັງໝົດໄວ້
ໃຫ້ກັບພຣະອົງ

2. ແບກກາງແຂນ
ມັນບໍ່ເຄີຍງ່າຍດາຍ
ມັນຄືງານຍິ່ງໃຫຍ່
ທີ່ພຣະອົງມອບໄວ້ໃຫ້ເຮົາ

ວັນນີ້ ຮ້ອນ ຫຼື ຈະເໜັບໜາວ
ທຸກເລື່ອງລາວຍັງມີ
ພຣະອົງຢູ່ຂ້າງກາຍ…

R. ບາກບັ່ນທຳດ້ວຍໃຈ
ສຸດແຮງກຳລັງ
ເພາະຄວາມຮັກນຳ
ຂ້າໃຫ້ກ້າວຕໍ່

ລືມທີ່ເຄີຍທໍ້
ລືມທີ່ຜ່ານພົ້ນ
ໂນ້ມຕົວກ້າວອອກໄປ..

ຈະຮັບໃຊ້ດ້ວຍໃຈ
ທຳຕາມພຣະອົງ
ໃຊ້ຊີວິດປະກາດ
ຄວາມຮັກຍິ່ງໃຫຍ່

ເຮົາກຳລັງແລ່ນແຂ່ງ
ໄປສູ່ເສັ້ນໄຊ ເພື່ອຈະຮັບ
ລາງວັນຂອງເຮົາ.