h-ເຮົາຄືຜູ້ຮັບໃຊ້

ເພງສັ້ນ
ເຮົາຄືຜູ້ຮັບໃຊ້

1. ເຮົາຄືຜູ້ຮັບໃຊ້
ເຮົາຄືຜູ້ທີ່ສຳຄັນ
ເຮົານັ້ນເປັນຄວາມຫວັງ
ຂອງປວງປະຊາ

ເຮົາຈະເປັນດັ່ງແສງ
ຈະສ່ອງແສງສະຫວ່າງ ໃຫ້ອອກໄປ
ເພື່ອໃຫ້ຄົນເຫັນໄດ້ທາງໄປສະຫວັນ

R. ຈະປະກາດອອກໄປ
ຈະໄປໂດຍພຣະນາມພຣະເຢຊູ
ມີພຣະອົງຊ່ອຍຊູ ຈະບໍ່ຢ້ານຕໍ່ສິ່ງໃດໆ

ເຖິງຈະມີຂວາກໜາມມາກມາຍ
ມີມານຮ້າຍ ທີ່ຄອຍຂວາງກັ້ນ
ຈະຝ່າຟັນມຸ້ງໄປ ແລະຈະບໍ່ລົ້ມລົງ
ເພາະມີພຣະຄຣິດນຳເຮົາໄປເຖິງຈຸດໝາຍ

2. ເຮົາຈະໄປດ້ວຍກຳລັງ
ຈະໄປດ້ວຍຄວາມຫວັງອັນຍິ່ງໃຫຍ່
ເຮົາຈະມີໄຊໂດຍພຣະນາມພຣະເຢຊູ

ເຖິງເຮົາຈະຕ້ອງທົນທຸກ
ຈະຕ້ອງລຳບາກພຽງເທົ່າໃດ
ຈິດໃຈຈະບໍ່ຫວັ່ນໄຫວ
ເພາະພຣະອົງຄຽງຂ້າງເຮົາ