y-ຍິ່ງຫ່າງຍິ່ງຮັກ
ເພງສັ້ນ
ຍິ່ງຫ່າງຍິ່ງຮັກ
1. ມັນກໍຄົງຈະແມ່ນໃຈເຮົາອາດສັບສົນ
ອາດເບິ່ງເໝືອນເຮົາຖືກຖິ້ມໃຫ້ດຽວດາຍ
ເບິ່ງເໝືອນຕົວເຮົາເອງຂາດຄົນທີ່ເຂົ້າໃຈ
ຄົນທີ່ຫ່ວງໃຍແລະຄອຍໃຫ້ຄວາມຫວັງ
ສູນສີ້ນພະລັງໝົດແຮງຈະກ້າວເດີນຕໍ່ໄປ
2.ຢາກພຽງໃຫ້ເຮົາເບິ່ງເຈົ້າ
ນົກທີ່ບິນເທິງເວຫາ
ເທິງຂອບຟ້າທີ່ສາຍແສງສີທອງ
ເບິ່ງແສງເດືອນທີ່ສ່ອງປະກາຍເທິງແຜ່ນນ້ຳ
ຢ້ຳໃຫ້ເຮົາໄດ້ຮູ້ວ່າຮັກພຣະເຈົ້າຢູ່ໃນນັ້ນ
ພຣະອົງປອບໃຈເຮົາດ້ວຍທຳມະຊາດທີ່ງົດງາມ
R. ຄວາມຮັກທີ່ພຣະອົງໃຫ້ມາ
ຈະຄອຍຮັກສາເມື່ອຍາມເຮົາເຈັບຊ້ຳ
ຍັງຄອຍໃຫ້ເຖິງວັນເຈົ້າກັບມາຫາ
ເປັນເໝືອນດັ່ງທີ່ພັກໃຈເມື່ອເຮົາທໍ້ຕໍ່ສິ່ງໃດ
ແມ່ນເຮົາຫ່າງພຣະອົງເທົ່າໃດຊົງຮັກເຮົາເທົ່ານັ້ນ