kh-ຂັບທຸມ ຄຣິສມາດ
ເພງພິເສດ
ຂັບທຸມ ຄຣິສມາດ
ຄືນນັ້ນໜ້າໜາວ
ມີດາວປະຫຼາດສ່ອງແສງ
ນຳພວກໂຫລາຈານ
ມາເຝົ້າກຸມມານເຢຊູເຈົ້າ
ເມື່ອມາເຖິງ
ເຫັນກຸມມານນອນໃນຮາງຫຍ້າ
ບໍ່ລໍຊ້າ
ກົ້ມກາບນະມັດສະການ
ນຳເຄື່ອງບັນຍາການ
ມາຖວາຍພຣະອົງເຈົ້າ
R. ເພາະພຣະອົງ
ຊົງຮັກໂລກຈື່ງສະເດັດລົງມາ
ເພື່ອຊອກຫາ
ໂຜດເອົາຜູ້ທີ່ຫຼົງຫາຍ
ມາຮັບເຊື່ອວາງໃຈ
ຈະໄດ້ຊີວິດນິຣັນດອນ
ອາແມນ
##. ພຣະເຈົ້າຍິ່ງໃຫຍ່
ຮາເລຣູຢາ
ພຣະເຈົ້າຍີ່ງໃຫຍ່
ເອີ.....ເອີຍ
ໂອລະວ່າ
ພຣະເຈົ້າຍິ່ງໃຫຍ່
ພວກເຮົາມາສະຫຼອງໄຊ
ໃນວັນພຣະອົງສະເດັດ
ລົງມາ.......ຮາເລລູຢາ