kh-ເນື່ອງໃນວັນນີ້ພຣະເຢຊູຄຣິດບັງເກີດ

ເພງພິເສດ
ເນື່ອງໃນວັນນີ້ພຣະເຢຊູຄຣິດບັງເກີດ

1.ເນື່ອງໃນວັນນີ້
ພຣະເຢຊູຄຣິດບັງເກີດ
ກຳເນີດລົງມາ
ກາຍາເໝືອນມະນຸດເຮົາ

ບໍ່ໄດ້ມົວເມົາ
ຮັກເຮົາຈຶ່ງລົງມາເກີດ
ຈິດໃຈທ່ານແສນປະເສີດ

ມາເກີດຊ່ວຍຄົນ
ພົ້ນຄວາມໝົ່ນໝອງ

2.ພວກເຮົາທັງຜອງ
ມາຮ່ວມສະຫຼອງດ້ວຍກັນ
ຮ່ວມຄວາມສຸກສັນ
ໃນວັນພຣະຄຣິດເກີດມາ

ຊ່າງສຸກໃຈໜັກໜາ
ພຣະເມດຕາລົງມາເຖິງເຮົາ

ຊ່ວຍຄົນໃຫ້ພົ້ນຄວາມເສົ້າ
ມາໄຖ່ພວກເຮົາ
ໃຫ້ພົ້ນຄວາມຕາຍ

3.ໃຫ້ເຮົາທັງຫຼາຍ
ມາຮ່ວມຖວາຍພຣະພອນ
ທີ່ພຣະບຸດຕາ
ຈາກສະຫວັນອັນໂສພາ

ເຂົ້າສູ່ໂລກາ
ຕາມພຣະສັນຍາ
ຈະເຂົ້າມາໂຜດ

ໃຫ້ຄົນໄດ້ການຍົກໂທດ
ມາໂຜດຊ່ວຍຄົນ
ທີ່ຍອມກັບໃຈ

4.ຂ້າມອບດວງໃຈ
ຖວາຍອົງຈອມລາຊາ
ໃຫ້ດວງຊີວັນ
ຜູກພັນເທີດທູນບູຊາ

ມອບຄວາມສັດທາ
ຂອງຂ້າແດ່ພຣະອົງ
ມອບຄວາມພັກດີໝັ້ນຄົງ
ຈະຊື່ຕົງຕາບເທົ່າຊີວາ