kh-ຂໍຖວາຍພຣະສິລິ

ເພງສັ້ນ
ຂໍຖວາຍພຣະສິລິ

1.ຂໍຖວາຍພຣະສິລິ
ແດ່ພຣະເຈົ້າຜູ້ຊົງພຣະຊົນ
ຜູ້ສົມຄວນແກ່ການສັນເສີນ

2.ຂໍໂມທະນາພຣະຄຸນ
ແດ່ພຣະເຈົ້າຍິ່ງໃຫຍ່ສູງສຸດ
ເຮົາພ້ອມໃຈນະມັດສະການ

R ແດ່ພຣະເຈົ້າ ຜູ້ຊົງພຣະສິລິ
ເຕັມໄປດ້ວຍສະຫງ່າລາສີ
ແດ່ພຣະເຈົ້າ ດ້ວຍເພງສັນລະເສີນ
ຮ້ອງສັນເສີນ ຍົກຊູພຣະນາມ

ແດ່ພຣະເຈົ້າ ເຮົາຊື່ນຊົມຍິນດີ
ເພາະພຣະອົງປະທານຊີວິດ

ເຮົາຍິນດີໃນພຣະສິລິ ອົງຜູ້ຊົງພຣະຊົນ
ເຮົາຍິນດີໃນພຣະສິລິ ຕະຫຼອດນິດນິລັນ

ຂໍພຣະກຽດພຣະສິລິ ແລະຄຳສັນເສີນ
ຈົ່ງມີແດ່ພຣະເຈົ້ານິດນິລັນ (x2)