27 ພຣະເຈົ້າຂອງເຮົາຜູ້ຊົງເປັນປ້ອມກຳແພງ (ບົດເພງທີ 27)
Hymn
27 ພຣະເຈົ້າຂອງເຮົາຜູ້ຊົງເປັນປ້ອມກຳແພງ
1.ພຣະເຈົ້າຂອງເຮົາ
ຜູ້ຊົງເປັນປ້ອມກຳແພງ
ຊົງອິດທິລິດທິແລະ
ຊົງໃຫຍ່ຫຼວງ
ພຣະອົງໄດ້ຊົງຜາບ
ແພ້ອຳນາດຂອງມານ
ຊຶ່ງມີມາເໝືອນ
ດັ່ງສາຍນ້ຳທີ່ໄຫຼ
ສັດຕູມະນຸດຊອກຫາ
ຕັ້ງແຕ່ອະດີດສືບມາ
ອຸບາຍລໍ້ລວງປວງຊົນ
ໜີໂດຍຕົນເອງບໍ່ພົ້ນ
ແຕ່ໄດ້ກັບເຖິງຕາຍ
ວາຍວອດຊີວາ
2.ເຖິງແມ່ນວ່າໂລກ
ເຕັມດ້ວຍອຸບາຍຂອງມານ
ເຮົາກໍບໍ່ຢ້ານຫຼື
ຕົກສະທ້ານໃຈ
ເຖິງແມ່ນວ່າມັນ
ຫາຊ່ອງທາງເພື່ອຕໍ່ສູ້
ເຮົາເພິ່ງອາໃສ
ລິດເດດພຣະເຈົ້າໃຫຍ່
ຊົງສຳແດງນ້ຳພຣະໄທ
ເອົາຄວາມຈິງສູ້ອຸບາຍ
ໃຫ້ພົ້ນກອງທຸກມືດດຳ
ເຂົ້າສູ່ໃນທາງຊອບທຳ
ພຣະອົງນັ້ນຊົງ
ພຣະນາມພຣະເຢຊູ
3.ພຣະດຳລັດຂອງພຣະເຈົ້າ
ມີລິດເໜືອໂລກ
ອາໃສອຳນາດແຫ່ງ
ໂລກນີ້ບໍ່ໄດ້
ພຣະເຈົ້າຊົງໂຜດປະທານ
ພຣະວິນຍານມາ
ຊົງໂຜດໃຫ້ຢູ່ຝ່າຍ
ເຮົາຕະຫຼອດໄປ
ສິ່ງອະນິຈັງຂອງໂລກ
ຍ່ອມໄດ້ເສຍຫາຍທັນທີ
ຮ່າງກາຍຖືກຂ້າເໝືອນກັນ
ພຣະໂອວາດຕັ້ງໄວ້ໝັ້້ນ
ແຜ່ນດິນສະຫວັນ
ຖາວອນໄປເປັນນິດ