143 ເມື່ອໃດໄຫວ້ວອນ (ບົດເພງທີ 143) SWEET HOUR OF PRAYER

Hymn
143 ເມື່ອໃດໄຫວ້ວອນ
SWEET HOUR OF PRAYER

1.ເມື່ອໃດໄຫວ້ວອນ
ນະມັດສະການ
Sweet hour of prayer!
sweet hour of prayer!

ຂໍເຊີນພຣະເຈົ້າ
ຊົງເປັນປະທານ
That calls me
from a world of care,

ເຖິງວ່າອຶດຢາກ
ກໍຄວນທູນຂໍ
And bids me at
my Father’s throne

ສິ່ງທີ່ປະສົງ
ປະທານພຽງພໍ
Make all my wants
and wishes known.

ຖ້າຖືກຂົ່ມເຫງ
ຫຼືມີໂສກທຸກ
In seasons of
distress and grief,

ຈິດໃຈບັນເທົາ
ໄດ້ຮັບຄວາມສຸກ
My soul has often
found relief,

ຖ້າຖືກທົດລອງ
ຈິດໃຈເມື່ອຍອ່ອນ
And oft escaped
the tempter’s snare,

ຈະໄດ້ຊູແຮງ
ເມື່ອເຝົ້າອ້ອນວອນ
By thy return,
sweet hour of prayer!

2.ເມື່ອໃດໄຫວ້ວອນ
ເຮົາແສນຍິນດີ
Sweet hour of prayer!
sweet hour of prayer!

ຄຳອ້ອນວອນເຖິງ
ສະຫວັນທັນທີ
The joys I feel,
the bliss I share,

ພຣະເຢຊູຄອຍ
ຮັບຄຳອ້ອນວອນ
Of those whose
anxious spirits burn

ປະທານພຣະພອນ
ແກ່ຜູ້ຫິວອ່ອນ
With strong desires
for thy return!

ໃຫ້ເຮົາເຂົ້າເຝົ້າ
ຕໍ່ອົງພຣະເຈົ້າ
With such I hasten
to the place

ເຊື່ອພຣະສັນຍາ
ທີ່ໃຫ້ແກ່ເຮົາ
Where God my Savior
shows His face,

ມອບຄວາມຢ້ານໄວ້
ພ້ອມດ້ວຍທຸກຮ້ອນ
And gladly take
my station there,

ພຣະອົງຊົງຮັບ
ຟັງຄຳອ້ອນວອນ
And wait for thee,
sweet hour of prayer!

3.ເມື່ອໃດໄຫວ້ວອນ
ເປັນອັດສະຈັນ
Sweet hour of prayer!
sweet hour of prayer!

ໄດ້ການເລົ້າໂລມ
ເໝືອນຢູ່ສະຫວັນ
Thy wings shall
my petition bear

ປຽບເໝືອນຂື້ນໄປ
ຍອດພູກະເສີມ
To Him whose truth
and faithfulness

ເຫັນເມືອງຂອງຂ້າ
ດີເລີດປະເສີດ
Engage the waiting
soul to bless.

ຢາກຮີບຟ້າວໄປ
ເມືອງພຣະບິດາ
And since He bids
me seek His face,

ເຂົ້າເຝົ້າພຣະອົງ
ຜູ້ຊົງຮັກສາ
Believe His Word
and trust His grace,

ຖວາຍເພງ ສັນລະ
ເສີນຮັບພອນ
I’ll cast on Him
my every care,

ເມື່ອນັ້ນພົ້ນແລ້ວ
ຈາກການໄຫວ້ວອນ
And wait for thee,
sweet hour of prayer!