102 ພຣະເຢຊູປຽບດັ່ງຫີນໃຫຍ່ (ບົດເພງທີ 102)

Hymn
102 ພຣະເຢຊູປຽບດັ່ງຫີນໃຫຍ່
Rock of Ages

1.ພຣະເຢຊູປຽບດັ່ງຫີນໃຫຍ່
ໄດ້ຊົງບັງໄວ້ໃຫ້ພົ້ນໄພ

ໂລຫິດແລະນ້ຳທີ່ຫຼັ່ງໄຫຼ
ອອກມາຈາກຂ້າງຂອງພຣະກາຍ
ໄດ້ຊຳລະໃຈໃຫ້ເສາະໃສ
ໃຫ້ຫລຸດບາບພົ້ນຈາກບຶງໄຟ

2.ໃຈຮ້ອນຮົນຄືຄວາມອົດທົນ
ບໍ່ເຮັດໃຫ້ທ່ານເຖິງທີ່ພົ້ນ
ລຳບາກໜັກນ້ຳຕາຫຼັ່ງໄຫຼ
ບໍ່ພາໃຫ້ຮັບຄວາມວາງໃຈ

ພຣະເຢຊູຜູ້ດຽວອາດຊ່ອຍ
ຊົງໃຫ້ພົ້ນໂທດຢ່າງຮຽບຮ້ອຍ

3.ຄຸນຄວາມດີຂ້າບໍ່ເຄີຍມີ
ຈິ່ງຮັບເພິ່ງກາງແຂນມື້ນີ້
ຂອບພຣະຄຸນພຣະອົງຜູ້ໄຖ່
ຜູ້ຊົງເມດຕາຢ່າງຍິ່ງໃຫຍ່

ຂ້າໄດ້ຮັບຍັງນ້ຳພຸໄຫຼ
ຊຳລະໃຈພົ້ນ
ຈາກຄວາມຕາຍ

4.ເມື່ອເວລາຫຼັບຕາລາໂລກ
ເມື່ອວິນຍານພົ້ນຈາກທຸກໂສກ
ແລ້ວຂື້ນໄປ ຍັງໂລກພາຍໜ້າ
ຈະເຫັນພຣະພັກພຣະບິດາ

ພຣະເຢຊູປຽບດັ່ງຫີນໃຫຍ່
ໄດ້ຊົງບັງໄວ້ໃຫ້ພົ້ນໄພ