d-ດວງດາວ

ເພງສັ້ນ
ດວງດາວ

1. ໃນຄ່ຳຄືນອັນງຽບເຫງົາ
ລົມໜາວພັດມາ
ມີພຽງດາລາສົດໃສ

ຈະມີໃຜຮູ້...ວ່າຄືນນັ້ນ
ບໍ່ເໝືອນຄືນເດີມ

* ທ້ອງຟ້ານັ້ນ
ສະຫວ່າງເຫຼືອເກີນ
ດ້ວຍດວງດາວ
ດວງໜຶ່ງທີ່ສ່ອງແສງ

ເປັນປະກາຍ
ສົດໃສສວຍງາມ
ໃຫ້ຍາມລາຕຣີ
ນີ້ມີຄວາມໝາຍ

** ດວງດາວດວງນ້ອຍທີ່
ຄອຍສ່ອງແສງ
ຈະເປັນແຮງແລະນຳເຮົາໄປ

ພົບພຣະກຸມມານຜູ້ເປັນດັ່ງ
ຄວາມຫວັງໃໝ່
ໃຫ້ແສງສົດໃສຂອງດວງດາວ
ນຳເຮົາໄປພົບອົງພຣະກຸມມານ

ຜູ້ບັງເກີດມາໃນຮາງຫຍ້າ
ພຣະອົງຜູ້ເປັນ
ຂອງຂວັນອັນລ້ຳຄ່າ
ຈາກພຣະບິດາເຖິງເຮົາທຸກຄົນ

2. ຄືນນີ້ທີ່ດວງດາວສົດໃສ
ນຳທາງຄົນມາກມາຍໃຫ້ເຂົ້າມາ
ກັບມາໃນອ້ອມກອດ
ຂອງພຣະບິດາ

* ທ້ອງຟ້ານັ້ນ
ສະຫວ່າງເຫຼືອເກີນ
ດ້ວຍດວງດາວ
ດວງໜຶ່ງທີ່ສ່ອງແສງ

ເປັນປະກາຍ
ສົດໃສສວຍງາມ
ໃຫ້ຍາມລາຕຣີ
ນີ້ມີຄວາມໝາຍ

** ດວງດາວດວງນ້ອຍທີ່
ຄອຍສ່ອງແສງ
ຈະເປັນແຮງແລະນຳເຮົາໄປ

ພົບພຣະກຸມມານຜູ້ເປັນດັ່ງ
ຄວາມຫວັງໃໝ່
ໃຫ້ແສງສົດໃສຂອງດວງດາວ
ນຳເຮົາໄປພົບອົງພຣະກຸມມານ

ຜູ້ບັງເກີດມາໃນຮາງຫຍ້າ
ພຣະອົງຜູ້ເປັນ
ຂອງຂວັນອັນລ້ຳຄ່າ
ຈາກພຣະບິດາເຖິງເຮົາທຸກຄົນ