ຊີວິດໃໝ່
1. ວັນແລະຄືນທີ່ຜ່ານພົ້ນໄປ
ຕັ້ງແຕ່ວັນທີ່ພົບພຣະອົງ
ເມື່ອເປີດໃຈ ໃຫ້ພຣະເຢຊູເຂົ້າມາ
ຊີວິດທີ່ເຄີຍໄຮ້ຄ່າ
ກໍກັບເຕັມດ້ວຍຄວາມໝາຍ
2. ຄວາມຮັກພຣະອົງຫຼັ່ງເຂົ້າມາ
ລົ້ນໃນໃຈທີ່ເຄີຍອ້າງວ້າງ
ເປີດຕາໃຫ້ເບິ່ງໂລກດ້ວຍ
ຄວາມແຈ່ມໃສ
ບໍ່ຫັນກັບເລີຍບໍ່ເຄີຍ
ຄິດປ່ຽນໃຈໄປອີກແລ້ວ
R.ຊີວິດນີ້ຂໍມອບ(ໃຫ້ພຣະອົງ)
ພຣະເຈົ້າຜູ້ຍິ່ງໃຫຍ່
ເປັນຊີວິດທີ່ສົມບູນ
ເປັນຊີວິດທີ່ບໍລິສຸດ
ພຣະຊົງນຳໃຫ້ຊີວິດນີ້
ປ່ຽນໄປ ເປັນຊີວິດໃໝ່
3. ວັນແລະຄືນທີ່ເຮົາຕ້ອງພົບ
ຂໍພຣະອົງໄດ້ຊົງນຳໄປ
ໃຫ້ໂລກເຫັນຄວາມຮັກ
ໃນດວງໃຈນີ້
ເປັນແສງສະຫວ່າງສຸກໃສ
ເປັນຂ້າຮັບໃຊ້ພຣະອົງ
R.ຊີວິດນີ້ຂໍມອບ(ໃຫ້ພຣະອົງ)
ພຣະເຈົ້າຜູ້ຍິ່ງໃຫຍ່
ເປັນຊີວິດທີ່ສົມບູນ
ເປັນຊີວິດທີ່ບໍລິສຸດ
ພຣະຊົງນຳໃຫ້ຊີວິດນີ້
ປ່ຽນໄປ ເປັນຊີວິດໃໝ່