ພຣະທຳສະຫລັບ ມຣກ11:1-11
ພະທໍາສະຫຼັບ
ພຣະທຳສະຫລັບ
ມຣກ11:1-11
1.ເມື່ອພຣະເຢຊູເຈົ້າ
ກັບພວກສາວົກເຂົ້າໄປ
ໃກ້ນະຄອນເຢຣູຊາເລັມ
ຄືໃກ້ບ້ານເບັດຟາເຄ
ແລະບ້ານເບັດທານີ ກໍມາເຖິງ
ພູເຂົາໝາກກອກເທດ,
ພຣະເຢຊູເຈົ້າໄດ້ໃຊ້
ສາວົກສອງຄົນລ່ວງໜ້າ
ໄປກ່ອນແລະສັ່ງພວກເພິ່ນວ່າ,
2.ຈົ່ງເຂົ້າໄປໃນບ້ານ
ທີ່ຢູ່ຕໍ່ໜ້າພວກເຈົ້ານັ້ນ
ພໍໄປຮອດທີ່ນັ້ນແລ້ວ
ພວກເຈົ້າຈະພົບລໍນ້ອຍໂຕໜຶ່ງ
ທີ່ເຂົາຜູກໄວ້
ລໍນ້ອຍໂຕນີ້ຍັງບໍ່ມີຜູ້ໃດ
ເຄີຍຂີ່ຈັກເທື່ອ.
ຈົ່ງແກ້ເຊືອກນັ້ນອອກ
ແລະຈູງມັນມາທີ່ນີ້.
3.ຖ້າມີຜູ້ໃດຖາມວ່າ,
‘ເປັນຫຍັງຈຶ່ງເຮັດແນວນີ້?’
ໃຫ້ບອກວ່າ, ‘ອົງພຣະຜູ້ເປັນເຈົ້າ
ຕ້ອງການ ແລະບຶດໜຶ່ງ
ຈະສົ່ງມັນຄືນມາໃຫ້ທີ່ນີ້.’”
4.ແລ້ວສາວົກທັງສອງຈຶ່ງຈາກໄປ
ແລະກໍພົບລໍນ້ອຍໂຕໜຶ່ງ
ທີ່ເຂົາຜູກໄວ້ຢູ່ໃກ້ປະຕູເຮືອນ
ທີ່ແຄມຖະໜົນ
ຂະນະທີ່ພວກເພິ່ນກຳລັງ
ແກ້ເຊືອກຢູ່ນັ້ນ
5.ບາງຄົນທີ່ຢືນຢູ່ໃນທີ່ນັ້ນ
ກໍຖາມວ່າ,
“ພວກເຈົ້າແກ້ເອົາລໍນ້ອຍ
ໄປເຮັດຫຍັງ?”
6.ພວກເພິ່ນຈຶ່ງຕອບ
ຕາມທີ່ພຣະເຢຊູເຈົ້າໄດ້ບອກ
ແລ້ວຄົນເຫລົ່ານັ້ນ
ກໍຍອມໃຫ້ພວກເພິ່ນເອົາໄປ.
7.ສາວົກໄດ້ຈູງລໍນ້ອຍນັ້ນ
ມາຫາພຣະເຢຊູເຈົ້າ
ແລ້ວພວກເພິ່ນກໍເອົາ
ເຄື່ອງນຸ່ງຂອງຕົນປູຫລັງຂອງມັນ
ແລະໃຫ້ພຣະເຢຊູເຈົ້າຂຶ້ນຂີ່.
8.ມີຫລາຍຄົນໄດ້ເອົາເສື້ອຜ້າຂອງຕົນ
ປູລົງຕາມທາງຍ່າງ ແລະບາງຄົນ
ກໍໄດ້ຕັດເອົາຟົດໄມ້ຕາມທົ່ງນາ
ມາປູຕາມຫົນທາງ.
9.ຄົນທີ່ຍ່າງໄປກ່ອນກັບຄົນ
ທີ່ຕາມຫລັງພຣະເຢຊູເຈົ້າໄປ
ຕ່າງກໍຮ້ອງຂຶ້ນວ່າ,
“ໂຮຊັນນາ ຂໍພຣະເຈົ້າ
ອວຍພອນທ່ານ
ທີ່ສະເດັດມາໃນນາມ
ຂອງອົງພຣະຜູ້ເປັນເຈົ້າ
10.ຂໍພຣະເຈົ້າອວຍພອນ
ອານາຈັກທີ່ກຳລັງຈະມາ
ຄືອານາຈັກຂອງດາວິດ
ບັນພະບຸລຸດຂອງພວກເຮົາ
ໂຮຊັນນາໃນສະຫວັນສູງສຸດ.”
11.ພຣະເຢຊູເຈົ້າໄດ້ເຂົ້າໄປ
ຍັງນະຄອນເຢຣູຊາເລັມ
ແລ້ວເຂົ້າໄປໃນພຣະວິຫານ
ແລະລຽບເບິ່ງທົ່ວໄປ
ເມື່ອຄໍ່າຫລາຍແລ້ວ
ພຣະອົງຈຶ່ງກັບໄປຍັງບ້ານ
ເບັດທານີກັບສາວົກສິບສອງຄົນ.