81 ຈົ່ງຟັງສຽງຜູ້ໄຖ່ກ່າວວ່າ (ບົດເພງທີ 81)

Hymn
81 ຈົ່ງຟັງສຽງຜູ້ໄຖ່ກ່າວວ່າ

1.ຈົ່ງຟັງສຽງຜູ້ໄຖ່ກ່າວວ່າ
ໃຈອ່ອນຈົ່ງຮັບເຂົ້າມາ
ເຖິງແມ່ນວ່າກຳລັງມີນ້ອຍ
ຈົ່ງສະແຫວງຫາເຮົາຢ່າຖອຍ

R.ອົງພຣະເຢຊູເຈົ້າຊົງໃຊ້ໜີ້ຂອງຂ້າ
ໃຈເຕັມບາບມືດມົວໜັກໜາ
ພຣະອົງລ້າງໃຫ້ສະອາດ

2.ແທ້ຈິງຂ້າໄດ້ເຫັນພຣະຄຣິດ
ພຣະອົງຜູ້ດຽວຊົງຣິດ
ຄົນປ່ວຍຄືນດີຈາກພະຍາດ
ໃຈແຂງເກີດເປັນຄວາມສຸພາບ

R.ອົງພຣະເຢຊູເຈົ້າຊົງໃຊ້ໜີ້ຂອງຂ້າ
ໃຈເຕັມບາບມືດມົວໜັກໜາ
ພຣະອົງລ້າງໃຫ້ສະອາດ

3.ຄຸນຄວາມດີຂ້າບໍ່ເຄີຍມີ
ຈຶ່ງຂອບຄຸນດ້ວຍຍິນດີ
ພຣະອົງຊຳຣະໃຫ້ເສາະໄສ
ດ້ວຍໂລຫິດຂອງພຣະຜູ້ໄຖ່

R.ອົງພຣະເຢຊູເຈົ້າຊົງໃຊ້ໜີ້ຂອງຂ້າ
ໃຈເຕັມບາບມືດມົວໜັກໜາ
ພຣະອົງລ້າງໃຫ້ສະອາດ

4.ຄັນເມື່ອເຖິງສະຫວັນທາງເທິງ
ເຝົ້າຕໍ່ພຣະພັກພຣະອົງ
ຜູ້ຊົງຕາຍແທນບາບຜູ້ຂ້າ
ຂ້າຂອບຄຸນຕໍ່ໄປບໍ່ລາ

R.ອົງພຣະເຢຊູເຈົ້າຊົງໃຊ້ໜີ້ຂອງຂ້າ
ໃຈເຕັມບາບມືດມົວໜັກໜາ
ພຣະອົງລ້າງໃຫ້ສະອາດ