o-ອົງຜູ້ທ່ຽງທຳ(ເຮົາຕ້ອງໄປ)
ເພງສັ້ນ
ອົງຜູ້ທ່ຽງທຳ(ເຮົາຕ້ອງໄປ)
ອົງຜູ້ທ່ຽງທຳຜູ້ໄຖ່ໂລກາ
ມາເພື່ອຊ່ວຍເຫຼືອຜູ້
ຍາກຈົນເມື່ອຍລ້າ
ມາເພື່ອປະຕິບັດຮັບໃຊ້
(ພຣະ)ເຢຊູພຣະອົງເລືອກເຮົາ
ເມື່ອໄດ້ຮັບສິ່ງໃດມາ
ເຮົາຈະໃຫ້ອອກໄປ
R.ເຮົາຕ້ອງໄປ
ໂດຍຫ່ວງໃຍຜູ້ຍາກຈົນ
ຢືນຄຽງຂ້າງຜູ້ທຸກທົນ
ເຮົາຕ້ອງໄປ
ຈະກ້າວເດີນໄປ
ປາກບໍ່ພຽງແຕ່ຮ້ອງປ່າວ
ເຮົາຈະເຮັດ ຕາມທີ່ກ່າວ
ເຮົາຕ້ອງໄປ
2. ເປັນຜູ້ທ່ຽງທຳທຸກວັນເວລາ
ຮັກແລະເມດຕາໃນທຸກສິ່ງທີ່ທຳ
ຖ່ອມທັງຊີວິດສະໜິດກັບພຣະອົງ
ພຣະອົງສຳແດງສິ່ງທີ່ຕ້ອງທຳ
ເມື່ອໄດ້ຮັບສິ່ງໃດມາ
ເຮົາຈະໃຫ້ອອກໄປ
R.ເຮົາຕ້ອງໄປ
ໂດຍຫ່ວງໃຍຜູ້ຍາກຈົນ
ຢືນຄຽງຂ້າງຜູ້ທຸກທົນ
ເຮົາຕ້ອງໄປ
ຈະກ້າວເດີນໄປ
ປາກບໍ່ພຽງແຕ່ຮ້ອງປ່າວ
ເຮົາຈະເຮັດ ຕາມທີ່ກ່າວ
ເຮົາຕ້ອງໄປ