ພຣະຄຳລ້ຳຄ່າ
1.ຈົ່ງໄຄ່ຄວນຈົດຈຳ
ນ້ອມນຳຄວາມຄິດແລະຈິດໃຈ
ຮັບຄຳທີ່ອົງພຣະຄຣິດໃຫ້
ສອນໃຈໃຫ້ມີຄວາມສັດທາ
ເພື່ອເຮົາຜູ້ມີບາບໜາ
ຊຸບຊີວາ ສູ່ຊີວິດໃໝ່
ໂອ້ຄວາມຮັກປະຈັກດວງໃຈ
ພຣະຄຣິດໃຫ້ຊີວິດໃໝ່ແກ່ເຮົາ
2.ກ້າວຕໍ່ໄປບໍ່ຢຸດຢັ້ງ
ລະວັງຄວາມຄິດ ແລະຈິດໃຈ
ພຣະຄຳທີ່ອົງພຣະຄຣິດໃຫ້
ຈົ່ງຝັງໃຈໝັ່ນຄົງໃນສັດທາ
ໝັ່ນພຽງຮ່ຳຮຽນສຶກສາ
ພະວະຈານະນຳພາໃຫ້
ສູ່ຊີວິດແຫ່ງຄວາມມີໄຊ
ພຣະຄຸນຍິ່ງໃຫຍ່ຊີວິດໃໝ່ສົມບູນ
3.ມີສິ່ງດຽວເທົ່ານັ້ນ
ສຳຄັນມາກຍິ່ງກວ່າສິ່ງໃດ
ນັ້ນຄືພຣະທຳພຣະຜູ້ໄຖ່
ນຳຂ້າໃຫ້ໝັ້ນຄົງໃນສັດທາ
ສິ່ງດຽວຍອດປາຖະໜາ
ຂໍບູຊາໄຝ່ຫາເລື້ອຍໄປ
ເທີດພຣະຄຳລ້ຳຄ່າກວ່າສິ່ງໃດ
ພຣະຄຣິດຍິ່ງໃຫຍ່
ຄືຜູ້ໃຫ້ພຣະຄຳ.