ພຣະມະຫາກະສັດມອບທຸງ

Hymn
ພຣະມະຫາກະສັດມອບທຸງ

1.ພຣະມະຫາກະສັດ
ຊົງມອບທຸງແກ່ທະຫານ
ຂອງພຣະອົງເພື່ອໃຫ້ສຳແດງ

ໃຫ້ໄປປ່າວປະກາດ
ເຖິງຄວາມເມດຕາພຣະເຈົ້າ
ພ້ອມກັນຮ້ອງເພງນີ້ກ່າວວ່າ

R.ພ້ອມກັນໄປ ແຫ່ກັນໄປ
ຖ້າເສຍຊີວິດຢ່າໄດ້ກິນແໜງ
ເພື່ອຍ້ອງຍໍພຣະອົງ ຈົ່ງເຮັດການ
ດ້ວຍລິດອຳນາດຂອງພຣະເຢຊູ

2.ພະຍາມານບຽດບຽນ
ຄຶດຫາການຮົບຕໍ່ສູ້
ເຮົາຕ້ອງຕຽມຕົວສູ້ສັດຕູ

ພຣະອົງຊົງເປັນທີ່ເພິ່ງ
ເຮົາຈິ່ງແພ້ມານໄດ້
ຢ່າໄດ້ຄຶດຢ້ານກົວໃນໃຈ(R)

R.ພ້ອມກັນໄປ ແຫ່ກັນໄປ
ຖ້າເສຍຊີວິດຢ່າໄດ້ກິນແໜງ
ເພື່ອຍ້ອງຍໍພຣະອົງ ຈົ່ງເຮັດການ
ດ້ວຍລິດອຳນາດຂອງພຣະເຢຊູ

3.ຈົ່ງໄປຫາມະນຸດ
ສະໂລກທຸກທີ່ທຸກບ່ອນ
ປ່າວປະກາດຂ່າວເລື່ອງພຣະຄຣິດ

ໄມ້ກາງແຂນສຳແດງ
ຄວາມເມດການໄຖ່ໂທດ
ຜູ້ໃດເຊື່ອຈະໄດ້ຊີວິດ(R)

R.ພ້ອມກັນໄປ ແຫ່ກັນໄປ
ຖ້າເສຍຊີວິດຢ່າໄດ້ກິນແໜງ
ເພື່ອຍ້ອງຍໍພຣະອົງ ຈົ່ງເຮັດການ
ດ້ວຍລິດອຳນາດຂອງພຣະເຢຊູ

4.ໃນສະຫວັນເຮົາຈະ
ເຫັນລັດສະໝີພຣະເຈົ້າ
ຄວາມມືດດຳຈະກາຍເປັນແຈ້ງ

ພວກສັດຕູຈິບຫາຍໄປ
ພຣະອົງຊົງມີໄຊ
ໂລກນີ້ຢູ່ໃຕ້ພຣະເຢຊູ(R)

R.ພ້ອມກັນໄປ ແຫ່ກັນໄປ
ຖ້າເສຍຊີວິດຢ່າໄດ້ກິນແໜງ
ເພື່ອຍ້ອງຍໍພຣະອົງ ຈົ່ງເຮັດການ
ດ້ວຍລິດອຳນາດຂອງພຣະເຢຊູ