ພຣະຄໍາສະຫຼັບ ເອເຟໂຊ2:1-6
ພະທໍາສະຫຼັບ
ພຣະຄໍາສະຫຼັບ
ເອເຟໂຊ2:1-6
1 ໃນອະດີດຜ່ານມາ
ພວກເຈົ້າໄດ້ຕາຍ
ແລ້ວຝ່າຍຈິດວິນຍານ
ຍ້ອນພວກເຈົ້າບໍ່ເຊື່ອຟັງ
ແລະເຮັດບາບນາໆປະການ.
2 ໃນເວລານັ້ນ ພວກເຈົ້າ
ໄດ້ປະຕິບັດຕາມທາງອັນຊົ່ວຊ້າ
ແຫ່ງໂລກນີ້ ຄືພວກເຈົ້າເຊື່ອຟັງ
ຕາມຜູ້ທີ່ມີຣິດອຳນາດ
ປົກຄອງຢູ່ໃນຍ່ານອາກາດ
ຄືວິນຍານຊຶ່ງຄອບງຳຢູ່ໃນທ່າມກາງ
ຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າ.
3ແທ້ຈິງແລ້ວ,
ພວກເຮົາທຸກຄົນເຄີຍ
ດຳເນີນຊີວິດເໝືອນດັ່ງຄົນເຫລົ່ານັ້ນ
ຄືໄດ້ດຳເນີນຊີວິດຕາມກິເລດຕັນຫາ
ທີ່ເຮົາຕ້ອງການ
ຄືປະຕິບັດຕາມສິ່ງທີ່ຮ່າງກາຍ
ແລະຈິດໃຈຂອງຕົນເອງ
ປາຖະໜາຕາມສັນດານ
ພວກເຮົາສົມຄວນຖືກ
ພຣະເຈົ້າລົງໂທດ ເໝືອນດັ່ງຄົນອື່ນ.
4.ແຕ່ດ້ວຍພຣະກະຣຸນາປານີ
ຂອງພຣະເຈົ້າທີ່ອຸດົມສົມບູນຫລາຍ
ແລະດ້ວຍຄວາມຮັກຂອງພຣະອົງ
ທີ່ມີຕໍ່ພວກເຮົາກໍໃຫຍ່ຫລວງ.
5ເຖິງແມ່ນວ່າ
ເມື່ອພວກເຮົາໄດ້ຕາຍແລ້ວ
ຝ່າຍຈິດວິນຍານ
ຍ້ອນພວກເຮົາບໍ່ເຊື່ອຟັງ
ພຣະອົງກໍຍັງໄດ້ບັນດານ
ໃຫ້ພວກເຮົາເປັນຄືນມາສູ່
ຊີວິດກັບພຣະຄຣິດ
ການທີ່ພວກເຮົາ
ໄດ້ຮັບຄວາມລອດພົ້ນນັ້ນ
ແມ່ນໂດຍພຣະຄຸນຂອງພຣະເຈົ້າ.
6 ແລະໄດ້ຊົງບັນດານ
ໃຫ້ເຮົາເປັນຄືນມາດ້ວຍກັນ
ກັບພຣະອົງ ແລະຊົງໂຜດ
ໃຫ້ເຮົານັ່ງໃນສະຫວັນສະຖານ
ດ້ວຍກັນກັບພຣະເຢຊູຄຣິດເຈົ້າ.