77 ແພດຜູ້ປະເສີດ (ບົດເພງທີ 77)

Hymn
77 ແພດຜູ້ປະເສີດ

1.ແພດຜູ້ປະເສີດສະຖິດໃກ້ເຮົາ
ແພດນັ້ນຊົງນາມພຣະເຢຊູ
ພຣະອົງໂຜດໃຫ້
ຫາຍຄວາມໂສກເສົ້າ
ຈົ່ງຮັບຄຳເຊີນພຣະເຢຊູ

R ພຣະສຸລະສຽງ
ເໝືອນເພງສະຫວັນ
ສຽງມ່ວນໜັກໜາ
ເມື່ອຮ້ອງຕອບກັນ

ມ່ວນກວ່າເຄີຍຮ້ອງໃສ່ກັນຢູ່
ຜູ້ຊົງພຣະນາມພຣະເຢຊູ

2.ພຣະອົງຊົງໂຜດຍົກບາບໃຫ້ພົ້ນ
ຈົ່ງເຊື່ອພຣະນາມພຣະເຢຊູ
ຈົ່ງຕາມພຣະອົງໄປເຖິງທີ່ສຸດ
ຮັບມົງກຸດນຳພຣະເຢຊູ

R ພຣະສຸລະສຽງ
ເໝືອນເພງສະຫວັນ
ສຽງມ່ວນໜັກໜາ
ເມື່ອຮ້ອງຕອບກັນ

ມ່ວນກວ່າເຄີຍຮ້ອງໃສ່ກັນຢູ່
ຜູ້ຊົງພຣະນາມພຣະເຢຊູ

3.ພຣະອົງຄວນຮັບພຣະລັດສະໝີ
ຈົ່ງສັນລະເສີນພຣະເຢຊູ
ຕອບຄຸນເພາະໄດ້ຊົງຊ່ວຍຊີວິດ
ຈົ່ງຮັກພຣະນາມພຣະເຢຊູ

R ພຣະສຸລະສຽງ
ເໝືອນເພງສະຫວັນ
ສຽງມ່ວນໜັກໜາ
ເມື່ອຮ້ອງຕອບກັນ

ມ່ວນກວ່າເຄີຍຮ້ອງໃສ່ກັນຢູ່
ຜູ້ຊົງພຣະນາມພຣະເຢຊູ

4.ເມື່ອຕ້ອງຫຼັບຕາລາໂລກຂື້ນໄປ
ຈະຢູ່ຕໍ່ໜ້າພຣະເຢຊູ
ຈະຮ້ອງເພງອ້ອມພຣະທີ່ນັ່ງໃຫຍ່
ຍ້ອງຍໍພຣະນາມພຣະເຢຊູ

R ພຣະສຸລະສຽງ
ເໝືອນເພງສະຫວັນ
ສຽງມ່ວນໜັກໜາ
ເມື່ອຮ້ອງຕອບກັນ

ມ່ວນກວ່າເຄີຍຮ້ອງໃສ່ກັນຢູ່
ຜູ້ຊົງພຣະນາມພຣະເຢຊູ