186​ພຣະມະຫາກະສັດຊົງມອບທຸງMarching on

Hymn
186​, 180
ພຣະມະຫາກະສັດ
ຊົງມອບທຸງ
Marching on

1.ພຣະມະຫາກະສັດ
ຊົງມອບທຸງແກ່ທະຫານ
ຂອງພຣະອົງ
ເພື່ອໃຫ້ສຳແດງ

ໃຫ້ໄປປ່າວປະກາດ
ເຖິງຄວາມເມດຕາ ພຣະເຈົ້າ
ພ້ອມກັນຮ້ອງເພງນີ້ກ່າວວ່າ

R ພ້ອມກັນໄປ
ແຫ່ກັນໄປ
ຖ້າເສຍຊີວິດ
ຢ່າໄດ້ກິນແໜງ

ເພື່ອຍ້ອງຍໍພຣະອົງ
ຈົ່ງເຮັດການ
ດ້ວຍລິດອຳນາດ
ຂອງພຣະເຢຊູ

2.ພະຍາມານບຽດບຽນ
ຄຶດຫາການຣົບຕໍ່ສູ້
ເຮົາຕ້ອງຕຽມຕົວສູ້ສັດຕູ

ພຣະອົງຊົງເປັນທີ່ເພິ່ງ
ເຮົາຈິ່ງແພ້ມານໄດ້
ຢ່າໄດ້ຄຶດ
ຢ້ານກົວໃນໃຈ

R ພ້ອມກັນໄປ
ແຫ່ກັນໄປ
ຖ້າເສຍຊີວິດ
ຢ່າໄດ້ກິນແໜງ

ເພື່ອຍ້ອງຍໍພຣະອົງ
ຈົ່ງເຮັດການ
ດ້ວຍລິດອຳນາດ
ຂອງພຣະເຢຊູ

3.ຈົ່ງໄປຫາ
ມະນຸດສະໂລກ
ທຸກທີ່ທຸກບ່ອນ
ປ່າວປະກາດຂ່າວ
ເລື່ອງພຣະຄຣິດ

ໄມ້ກາງແຂນສຳແດງ
ຄວາມເມດຕາ
ການໄຖ່ໂທດ
ຜູ້ໃດເຊື່ອຈະໄດ້ຊີວິດ

R ພ້ອມກັນໄປ
ແຫ່ກັນໄປ
ຖ້າເສຍຊີວິດ
ຢ່າໄດ້ກິນແໜງ

ເພື່ອຍ້ອງຍໍພຣະອົງ
ຈົ່ງເຮັດການ
ດ້ວຍລິດອຳນາດ
ຂອງພຣະເຢຊູ

4.ໃນສະຫວັນ
ເຮົາຈະເຫັນ
ຣັດສະໝີພຣະເຈົ້າ
ຄວາມມືດດຳ
ຈະກາຍເປັນແຈ້ງ

ພວກສັດຕູຈິບຫາຍໄປ
ພຣະອົງຊົງມີໄຊ
ໂລກນີ້ຢູ່ໃຕ້ພຣະເຢຊູ

R ພ້ອມກັນໄປ
ແຫ່ກັນໄປ
ຖ້າເສຍຊີວິດ
ຢ່າໄດ້ກິນແໜງ

ເພື່ອຍ້ອງຍໍພຣະອົງ
ຈົ່ງເຮັດການ
ດ້ວຍລິດອຳນາດ
ຂອງພຣະເຢຊູ.