o-ໂອ້ຍນໍຫັນວ່າຟັງທາງນີ້
ເພງພິເສດ
# ໂອ້ຍນໍຫັນວ່າຟັງທາງນີ້
ມີເລື່ອງດີຊິບອກກ່າວ
ເປັນເລື່ອງລ່າວແຕ່ກ່ອນກີ້
ສີພັນປີມາແລ້ວ
ພຣະຄໍາພີໄດ້ບັນທຶກໄວ້
ມີຊາຍຄົນໜຶ່ງທີ່ຊື່ອັບຣາມ
ຊື່ສຽງລຽງນາມຢູ່ໃນ
ພຣະຄໍາພີໄດ້ກ່າວເຖິງ
ທ່ານເລື່ອງຄຸນງາມຄວາມດີ
ອັບຣາມຄົນນີ້ເຂົາເປັນຄົນດີ
ພຣະເຈົ້າຮູ້ຈັກ
ຮູ້ຈັກວ່າໃຈເຂົານັ້ນເຊື່ອຟັງ
ພຣະເຈົ້າຕັດສັ່ງໃຫ້ໄປຢູ່ແດນໄກ
ອັບຣາມຄົນນີ້ເຂົາໄດ້ໄວ້
ວາງໃຈຈະຢູ່ແດນໄກເທົ່າ
ໃດຫົວໃຈຍັງສູ້ທົນ
# ໂອ້ຍນໍອັບຣາມເປັນຄົນກ້າ
ສົມວ່າຈາຜູ້ຍິ່ງໃຫຍ່
ເຊື່ອພຣະເຈົ້າຜູ້ສ້າງໄວ້
ຜູ້ເພີ່ນສ້າງໂລກໄວ້
ໃຫ້ເຮົາໄດ້ກະຢູ່ເຢັນ
# ອັບຣາມບໍ່ເຄີຍສົງໄສ
ພຣະເຈົ້າໃຊ້ໄປທ່າມກາງ
ຊົນຊາດເຫຼົ່ານັ້ນ
ມີທັງຮິດໄທ ອາໂມໄລ
ຄົນຄານາອານ
ຜູ້ຄົນເຫຼົ່ານັ້ນຕ່າງເຊື້ອຊາດ
ສາສະໜາ
ອັບຣາມເປັນຄົນເຊື່ອໝັ້ນ
ເຫັນເຂົາທໍາກັນປັ້ນຮູບເຄົາ
ລົບຂື້ນມາ
ພາກັນຂາບໄຫວ້ຮູບເຄົາລົບ
ແລະບູຊາ
ຈິດໃຈອັບຣາມນັ້ນໜາເຊື່ອ
ໝັ້ນໃນພຣະອົງ
R.ໂອ້ຍນໍອັບຣາມເປັນຄົນກ້າ
ສົມວ່າຈາຜູ້ຍິ່ງໃຫຍ່
ເຊື່ອພຣະເຈົ້າຜູ້ສ້າງໄວ້
ຜູ້ເພີ່ນສ້າງໂລກໄວ້
ໃຫ້ເຮົາໄດ້ກະຢູ່ເຢັນ
ເປັນຄວາມຈິງໄດ້ກ່າວມາ
ຕາມພຣະສັນຍາຢູ່ໃນພຣະຄໍາພີ
ຈົນເຖິງທຸກວັນ ປະຈຸບັນນີ້ຍັງມີ
ອັບຣາມຄົນນີ້ ເຂົາເປັນຄົນດີ
ແລະເຊື່ອຟັງ
R.ໂອ້ຍນໍອັບຣາມເປັນຄົນກ້າ
ສົມວ່າຈາຜູ້ຍິ່ງໃຫຍ່
ເຊື່ອພຣະເຈົ້າຜູ້ສ້າງໄວ້
ຜູ້ເພີ່ນສ້າງໂລກໄວ້
ໃຫ້ເຮົາໄດ້ກະຢູ່ເຢັນ
ເປັນຄວາມຈິງໄດ້ກ່າວມາ
ຕາມພຣະສັນຍາຢູ່ໃນພຣະຄໍາພີ
ຈົນເຖິງທຸກວັນ ປະຈຸບັນນີ້ຍັງມີ
ອັບຣາມຄົນນີ້ ເຂົາເປັນຄົນດີ
ແລະເຊື່ອຟັງ
ຈິ່ງມີຄວາມຫວັງຈະໄດ້ຮັບ
ການອວຍພອນ