y-ຍັງມີພຣະອົງ

ເພງສັ້ນ
ຍັງມີພຣະອົງ

ວັນແລະຄືນຊີວິດ
ທີ່ຜ່ານມານັ້ນ
ອາດຈະມີເລື່ອງລາວທັງຮ້າຍ
ແລະດີມາກມາຍ

ຜ່ານວັນຄືນທີ່
ເຄີຍເຫນັບຫນາວ
ແລະເຄີຍທຸກທົນເສຍໃຈ
ແຕ່ເຮົາກໍຍັງມີພຣະອົງ

ກັບເລື່ອງລາວດຳເນີນຊີວິດ
ທີ່ເຄີຍຜ່ານພົ້ນ
ຜ່ານວັນຄືນທີ່ເຄີຍ ທຸກທົນ
ແລະບໍ່ເຂົ້າໃຈ

ແຕ່ຍັງທີພຣະອົງ
ຢູ່ຄຽງຂ້າງກາຍເລື້ອຍໄປ
ບໍ່ຖິ້ມໃຫ້ເຮົາຈະເດີນຫລົງທາງ

R.ພຣະອົງນຳເຮົາກ້າວໄປ
ເຖິງຫົນທາງຈະເບິ່ງມືດມົນ
ໃຫ້ເຮົາໄດ້ວາງໃຈໃນພຣະອົງ

ອາດເບິ່ງບໍ່ເຂົ້າໃຈແລະບໍ່ຮູ້
ຈະໄປຢ່າງໃດ ແຕ່ພຣະອົງ
ຈະນຳໃຫ້ເຮົາກ້າວໄປ

ຈົ່ງສະຫງົບຢູ່ໃນພຣະອົງ
ວາງໃຈຢູ່ໃນພຣະອົງ
ຈະນຳໃຫ້ເຮົາພົບຫົນທາງໃຫມ່