h-ເຮົາເປັນເມັດເກືອ
ເພງສັ້ນ
ເຮົາເປັນເມັດເກືອ
1. ເຮົາເປັນເມັດເກືອ
ແລະແສງສະຫວ່າງ
ຄວາມຮັກຢ່າໄດ້ຈືດຈາງ
ເຢັນລົງເໝືອນດັ່ງຖ່ານໄຟກ້ອນດຽວ
ຮັກພຣະເຈົ້າສຸດໃຈແໜ້ນໜຽວ
ເພື່ອນບ້ານກໍຈົ່ງແລຫຼຽວ
ຮັກເຂົາເຊັ່ນດຽວເໝືອນຮັກຕົນເອງ
2. ເຮົາເປັນກິ່ງແໜງແຫ່ງເຄືອອະງຸ່ນ
ພຣະເຈົ້າຈະຄອຍຄ້ຳຈູນ
ອວຍພອນໃຫ້ເຮົາເກີດຜົນຫຼວງຫຼາຍ
ແມ່ນໄກຫ່າງພຣະອົງເມື່ອໃດ
ກິ່ງໃຫຍ່ບໍ່ມີຄວາມໝາຍ
ຕັດຖີ້ມເຜົາໄຟຖ້າບໍ່ເກີດຜົນ
3. ຈົ່ງຈໍາພຣະຄໍາສອນສັ່ງ
ໃຫ້ເຮົາເຝົ້າຄອຍລະວັງ
ຊີວິດເໝືອນດັ່ງຢູ່ກາງຄື້ນລົມ
ແມ່ນວັນໃດຈິດໃຈລົ້ມລົງ
ເພາະຄື້ນແຫ່ງຄວາມໂລບຫລົງ
ວອນພຣະຄຣິດຊ່ວຍໃຫ້ເຮົາກັບໃຈ
4. ກຽວຄົມນັ້ນວາງຢູ່ຢ່າງເປົ່າດາຍ
ເຂົ້ານາສຸກເຫຼືອງມາກຫຼາຍ
ຄົນງານຍິງຊາຍ ເຈົ້າໄປໃສກັນ
ພຣະອົງຊົງຮ້ອງຫາທຸກວັນ
ເຂົ້າທີ່ຈະກ່ຽວເກັບນັ້ນ
ຍັງຄອຍທຸກວັນໃຫ້ທ່ານກ່ຽວໄວ
SOLO
3. ຈົ່ງຈໍາພຣະຄໍາສອນສັ່ງ
ໃຫ້ເຮົາເຝົ້າຄອຍລະວັງ
ຊີວິດເໝືອນດັ່ງຢູ່ກາງຄື້ນລົມ
ແມ່ນວັນໃດຈິດໃຈລົ້ມລົງ
ເພາະຄື້ນແຫ່ງຄວາມໂລບຫລົງ
ວອນພຣະຄຣິດຊ່ວຍໃຫ້ເຮົາກັບໃຈ
4. ກຽວຄົມນັ້ນວາງຢູ່ຢ່າງເປົ່າດາຍ
ເຂົ້ານາສຸກເຫຼືອງມາກຫຼາຍ
ຄົນງານຍິງຊາຍ ເຈົ້າໄປໃສກັນ
ພຣະອົງຊົງຮ້ອງຫາທຸກວັນ
ເຂົ້າທີ່ຈະກ່ຽວເກັບນັ້ນ
ຍັງຄອຍທຸກວັນໃຫ້ທ່ານກ່ຽວໄວ.